ລາວກາຍ ຕ້ອງເສີມ ຂະຫຍາຍທ່າໄດ້ປຽບເພື່ອພັດທະນາ

ລາວກາຍ ຕ້ອງເສີມ ຂະຫຍາຍທ່າໄດ້ປຽບເພື່ອພັດທະນາ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ລາວ​ກາຍ)


(vovworld) – ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ລາວ​ກາຍ, ​ເມື່ອຕອນ​ເຊົ້າ​ວັນ​ທີ 20/09, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ, ​ແຂວງ ລາວ​ກາຍ ສືບ​ຕໍ່​ມານະ​ພະຍາຍາມ, ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ, ຄວາ​ມສາມາດ​ບົມຊ້ອນ​ເພື່ອ​ພັດທະນາ​ຢ່າງ​ໄວ ​ແລະ ໝັ້ນຄົງ​ກວ່າ, ກ່ອນ​ອື່ນ​ໝົດ​ແມ່ນ​ເສີມ​ຂະຫຍາຍ, ຂຸດ​ຄົ້ນ​ທ່າ​ແຮງ, ຄວາມ​ສາມາດບົ່ມຊ້ອນກ່ຽວ​ກັບ​ການ​ບໍລິການ, ການທ່ອງທ່ຽວ; ​ເສດຖະກິດ​ເຂດ​ຊາຍ​ແດນ, ​ແລກປ່ຽນ​ການ​ຄ້າ​ກັບ​ຈີນ. ​ໃນ​ການ​ພັດທະນາ​ການທ່ອງທ່ຽວ, ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົມຊ້ອນ​ດ້ານ​ການທ່ອງທ່ຽວກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ, ວັດທະນະທຳ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ສີຂອງ​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ເຂດ​ຊາ​ປາ. ພ້ອມ​ກັນ​ນັ້ນ ​ແມ່ນ​ເສີມ​ຂະຫຍາຍ​ທ່າ​ແຮງ​ກ່ຽວ​ກັບ​ອຸດສາຫະກຳ​ຂຸດ​ຄົ້ນ, ປຸງ​ແຕ່ງ​​ແຮ່​ທາດ; ​ສືບ​ຕໍ່​ພັດທະນາ​ກະສິກຳ, ປ່າ​ໄມ້, ລ້ຽງສັດ​; ນຳ​ໃຊ້​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ, ຕິດ​ພັນ​ກັບ​ກະສິກຳ, ປ່າ​ໄມ້​ກັບ​ຕະຫຼາດ​ຈຳໜ່າຍ​ຜະລິດ​ຕະພັນ​ໃຫ້​ດີ​ຍິ່ງໆ​ຂຶ້ນ.

        ກ່ຽວ​ກັບ​ການວາງ​ແຜນກຳນົດສັງລວມຊາ​ປາ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຖື​ວ່າ ບົນ​ພື້ນຖານ​ເສັ້ນທາງຄວາມ​ໄວ​ສູງ​ໂນ້ຍບ່າຍ - ລາວ​ກາຍ ​ໄດ້​ນຳ​ເຂົ້າ​ໃຊ້​ການ ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງ​​ແມ່ນ​​​ລົງທຶນ​ກໍ່ສ້າງ​ເສັ້ນທາງເຊື່ອມ​ຕໍ່ກັບ​ເສັ້ນທາງໂນ້ຍບ່າຍ - ລາວ​ກາຍ , ລາວກາຍ​ຕ້ອງ​ປະຕິບັດ​ວຽກ​ງານ​ວາງ​ແຜນ​ກຳນົດສັງ​ລວມຊາ​ປາ ​ເປັນ​ຢ່າງ​ດີ ​ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​ຄວາມ​ສາມາດ​ບົມຊ້ອນ, ທ່າ​ແຮງ​ຂອງ​ຊາ​ປາ ​ເພື່ອ​ພັດທະນາ​​ແບບ​ຍືນ​ຍົງ.

   

ຂ່າວ/ບົດ​ອື່ນ