ລາວກາຍ ຕ້ອງເສີມຂະຫຍາຍກຳລັງແກ່ງແຍ່ງໃນການພັດທະນາເສດຖະກິດ - ສັງຄົມ

ລາວກາຍ ຕ້ອງເສີມຂະຫຍາຍກຳລັງແກ່ງແຍ່ງໃນການພັດທະນາເສດຖະກິດ - ສັງຄົມ - ảnh 1
ທ່ານ ຫງວຽນ​ຊວນ​ຟຸ໋ກ, ກຳມະການ​ກົມການ​ເມືອງ ພົບປະກັບປະຊາຊົນແຂວງ ລາວກາຍ
( ພາບ : nguyenxuanphuc.net )


( vovworld ) -   ວັນ​ທີ 4/3, ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ​ໂດຍ​ທ່ານ ຫງວຽນ​ຊວນ​ຟຸ໋ກ, ກຳມະການ​ກົມການ​ເມືອງ, ຮອງ​ນາຍົກ​ລັດຖະມົນຕີ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຫວຽດນາມ ​ໄດ້​ມີ​ການ​​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ລາວ​ກາຍ. ທ່ານ​ຮອງ​ນາຍົກລັດຖະມົນຕີໄດ້​ຮຽກຮ້ອງ​ໃຫ້​ແຂວງ​ ລາວ​ກາຍ​ ຈົ່ງ​ສືບຕໍ່​ເສີມ​ຂະຫຍາຍຄວາມ​ສາມາດ​ບົ່ມ​ຊ້ອນ, ​ທ່າ​ແຮງດ້ານ​ອຸດສາຫະກຳ​ຂຸດ​ຄົ້ນແຮ່​ທາ​ດ, ກະສິກຳ, ​ເສດຖະກິດ​ດ່ານ​ຊາຍ​ແດນ, ການບໍລິການ - ທ່ອງ​ທ່ຽວ, ສຸມການ​ລົງທຶນ​ໃສ່​ແຫຼຼ່ງຊັບພະຍາກອນ​ມະນຸດ​​​ເພື່ອ​ພັດທະນາ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄດ້​ເນັ້ນ​ໜັກ​ວ່າ ​ເລື່ອງ​ແຂວງ ລາວ​ກາຍ ​ໄດ້​ຮັບການ​ຮັບ​ຮູ້​ວ່າແມ່ນ​ທ້ອງ​ຖິ່ນທີ່​ມີ​ລະດັບ​ແກ່ງ​ແຍ່ງ​ຢືນອັນ​ດັບ​ໜື່ງ​ໃນ​ທົ່ວ​ປະ​ເທດ​​ໄດ້ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ມາ​ນະພະ​ຍາ​ຍາມ​ຂອງ​ທຸກ​ຂັ້ນ ​ແລະ ປະຊາຊົນ​ໃນ​ແຂວງ ​ແລະ ທາງ​ແຂວງ​ຕ້ອງ​​ເສີມ​ຂະຫຍາຍ​ທ່າ​ແຮງ​ດັ່ງກ່າວ​ເພື່ອ​ສືບ​ຕໍ່​ຊຸກຍູ້​ການ​ພັດທະນາ​​ເສດຖະກິດ - ສັງຄົມ. ​ໃນ​ນັ້ນ, ​​ທາງແຂວງ​ຕ້ອງ​ຕັ້ງໜ້າ​ກວ່າ​ອີກ​ໃນວຽກ​ງານ​ປະຕິ​ຮູບ​ດ້ານ​ບໍລິຫານ​, ພ້ອມ​ກັນ​ນັ້ນຕ້ອງ​​ເປີດ​ເຜີຍ​ຢ່າງມີ​ຄວາມກະຈ່າງ​ແຈ້ງ ​ແລະ ມີປະສິດທິ​ຜົນ​ໃນ​ການ​ແກ້​ໄຂວຽກ​ງານ​​ໃຫ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ.
ຂ່າວ/ບົດ​ອື່ນ