ລາວກາຍ ມີທັດສະນີຍະພາບໄດ້ຮັບຮູ້ເປັນເຂດປູຊະນີຍະສະຖານລະດັບຊາດເຕີ່ມອີກ

ລາວກາຍ ມີທັດສະນີຍະພາບໄດ້ຮັບຮູ້ເປັນເຂດປູຊະນີຍະສະຖານລະດັບຊາດເຕີ່ມອີກ - ảnh 1
ຖ້ຳ ທຽນ​ລອງ
(ພາບ: Báo Lào Cai)


(vovworld) - ວັນ​ທີ 09/03, ຄະນະ​ກຳມະການ​ປະຊາຊົນ​​ເມືອງ​ບັ໋ກຮ່າ, ​ ເຂດທັດສະນີ​ຍະ​ພາບຖ້ຳ ທຽນ​ລອງ, ​ບ້ານ ຍີ່​ວ​ໂກວ໋ານ, ຕາ​ແສງ ຕາວັນ​ຈື, ແຂວງ ລາວ​ກາຍ ​ໄດ້​ຮັບ​ໃບ​ຈັດ​ອັນ​ດັບ​ເຂດປູຊະນີ​ຍະ​ສະ​ຖານລະດັບ​ຊາດ​. ນີ້​ແມ່ນທັດສະນີ​ຍະ​ພາບ​ແຫ່ງທີ 17 ​ໃນ​ບໍລິ​ເວນ​ແຂວງລາວ​ກາຍ ​ໄດ້​ຮັບ​ການ​ຮັບ​ຮູ້​ຈັດ​ອັນ​ດັບ​ທັດສະນີ​ຍະ​ພາບລະດັບ​ຊາດ​​ຈາກກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ. ​ເຂດ​ທັດສະນີ​ຍະ​ພາບຖ້ຳ ທຽນ​ລອງ ​ປະຊາຊົນ​ທ້ອງ​ຖິ່ນ​​ໄດ້ເອີ້ນ​ວ່າຖ້ຳ​ມັງກອນ. ນີ້​ແມ່ນ​ລະບົບ​ຖ້ຳ​ກວ້າງ​ໃຫຍ່, ນອນ​ໃນ​ພູ​ມັງກອນ, ມີ​ຄວາມສູງ​ກວ່າ 1.000 ​ແມັດ ​ເມື່ອ​ທຽບ​ກັບ​ໜ້າ​ນ້ຳ​ທະ​ເລ, ຖ້ຳ ທຽນ​ລອງ ມີ​ລວງ​ຍາ​ວມະ​ມານ 470 ​ແມັດ. ​ໃນ​ໂຄງການ​ພັດທະນາ​ທ່ອງ​ທ່ຽວ​ຂອງ​ທ້ອງ​ຖິ່ນ, ຖ້ຳ ທຽນ​ລອງ ​ເວົ້າ​ສະ​ເພາະ ​ແລະ ພູມັງກອນ ​ເວົ້າ​ລວມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຈາກ​ເທດສະບານ ຊາ​ປາ, ນະຄອນ​ລາວ​ກາຍ ຮອດ​ເມື​ອງບັ໋ກຮ່າ, ​ແຂວງ​ລາວ​ກາຍ.

ຂ່າວ/ບົດ​ອື່ນ