ລາວກາຍຈັດລາຍການພິເສດສະເຫຼີມສະຫຼອງ 120 ປີແຫ່ງການທ່ອງທ່ຽວ ຊາປາ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕີລາຄາສູງວິວັດການສ້າງຕັ້ງ, ພັດທະນາການທ່ອງທ່ຽວ ຊາປາ ໃນໄລຍະ 120 ປີຜ່ານມາ
ລາວກາຍຈັດລາຍການພິເສດສະເຫຼີມສະຫຼອງ 120 ປີແຫ່ງການທ່ອງທ່ຽວ ຊາປາ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ພິທີ)

ຕອນຄ່ຳວັນທີ 23 ກັນຍາ, ລາຍການພິເສດສະເຫຼີມສະຫຼອງ 120 ປີແຫ່ງການທ່ອງທ່ຽວຊາປາໄດ້ໄຂຂຶ້ນຢູ່ແຂວງລາວກາຍ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕີລາຄາສູງວິວັດການສ້າງຕັ້ງ, ພັດທະນາການທ່ອງທ່ຽວ ຊາປາ ໃນໄລຍະ 120 ປີຜ່ານມາ, ຈາກເຂດປະຖົມປະຖານຄ່ອຍໆກາຍເປັນສູນທ່ອງທ່ຽວບຳລຸງສຸຂະພາບລະດັບສາກົນ. ທ່ານຮອງນາຍົກລັດຖະມົນຕີ ສະເໜີວ່າ ຕ້ອງມີມາດຕະການແກ້ໄຂສັງລວມ, ຄົບຊຸດເພື່ອແນໃສ່ມຸ່ງໄປເຖິງການກໍ່ສ້າງ ຊາປາ ພັດທະນາແບບຍືນຍົງ ແລະ ປະສົມກົມກຽວ, ຕິດພັນກັບການອະນຸລັກຮັກສາບັນດາຄຸນຄ່າຫຼັກແຫຼ່ງ.

“ສຸມໃສ່ຫັນການທ່ອງທ່ຽວເປັນສີຂຽວ;ພັດທະນາບັນດາຮູບແບບການທ່ອງທ່ຽວໂດຍອີງໃສ່ລະບົບຊີວະພາບ; ເສີມຂະຫຍາຍຄຸນຄ່າວັດທະນະທໍາພື້ນເມືອງ ເພື່ອຊຸກຍູ້ເສດຖະກິດການທ່ອງທ່ຽວ;ຖືເສດຖະກິດການທ່ອງທ່ຽວເປັນພື້ນຖານເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທ້ອງຖິ່ນ. ນີ້ແມ່ນທ່າແຮງສະເພາະຂອງ ຊາປາ ແລະ ກໍ່ຍັງເປັນທ່າອ່ຽງລວມໃນໂລກ”.

ທ່ານຮອງນາຍົກລັດຖະມົນຕີໃສ່ໃຈວ່າ ຊາປາ ຕ້ອງຍູ້ແຮງການຫັນເປັນດິຈິຕອນໃນການພັດທະນາການທ່ອງທ່ຽວ; ເອົາໃຈໃສ່ໂຄສະນາການທ່ອງທ່ຽວຜ່ານຜະລິດຕະພັນດ້ານສິລະປະ; ເພີ່ມທະວີການເຊື່ອມຕໍ່ເພື່ອສ້າງລະບົບມູນຄ່າເພີ່ມ; ສຸມໃສ່ພັດທະນາແຫຼ່ງຊັບພະຍາກອນມະນຸດຮັບໃຊ້ການທ່ອງທ່ຽວຄຸນນະພາບສູງ...

ຕອບກັບ

ຂ່າວ/ບົດ​ອື່ນ