ລາວກາຍຕ້ອງເອົາໃຈໃສ່ພັດທະນາເສດຖະກິດດ່ານຊາຍແດນ

ລາວກາຍຕ້ອງເອົາໃຈໃສ່ພັດທະນາເສດຖະກິດດ່ານຊາຍແດນ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ຕີ​ລາ​ຄາ​ສູງ​ສະ​ພາບ​ແວດ​ລ້ອມ​
ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ແຂວງ​ລາວ​ກາຍ)

(vovworld) - ​​​​ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ຂ​ອງ​ແຂວງ​ລາວ​ກາຍ, ໃນ​ວັນ​ທີ 12/04, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕີ​ລາ​ຄາ​ສູງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ແຂວງ​ລາວ​ກາຍ ເມື່ອ​ແຂວງ​ແມ່ນໜຶ່ງ​ໃນ​ຈຳ​ນວນ 5 ທ້ອ​ງ​ຖິ່ນ​ນຳ​ໜ້າ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ດັ​ດ​ຊະ​ນີ​​ກຳ​ລັງ​ຄວາມ​ສາ​ມາດແກ່ງ​ແຍ້ງ​ຂັ້ນ​ແຂວງ PCI ​ຫຼາຍ​ປີຢ່າງ​ລຽນ​ຕິດ; ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທ​ດ​ບັນ​ລຸ​ຜົນ​ງານ​ດີ​ຫຼາຍ​ຢ່າງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມ​າ​ເຖິງ, ແຂວງຕ້ອງ​ເອົາ​ໃຈ​ໃສ່​ແກ້​ໄຂສິ່ງ​ຄົງ​ຄ້າງ, ພ້ອມ​ກັນ​ນັ້ນ​ແມ່ນ​ພັດ​ທະ​ນາ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສ​ູງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖື​ວ່າ.

        “ພັດ​ທະ​ນາ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ​ແມ່ນ​ທາງ​ອອກ​ຂອງ​ລາວ​ກາຍ, ສ້າງ​ແຂວງ​ລາວ​ກາຍ ໃຫ້​ກາຍ​ເປັນ​​ຈຸ​ສຸ​ມ​ທາງ​ຜ່ານສິນ​ຄ້າ​ຂອງ​ບັນ​ດາ​ປະ​ເທດ​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ, ອາ​ຊຽນ, ຈີນ; ສູນ logistic ທັນ​ສະ​ໄໝ​ຂອງ​ພາກ​ພື້ນ​ ແລະ ສາ​ກົນ, ມີ​ການ​ເຊື່ອມ​ຕໍ່​ລະ​ບົບ​ທ່າ​ກ່ຳ​ປັ່ນ, ທ່າ​ກ່ຳ​ປັ່ນ​ທາງ​ບົກ, ທ່າ​ອາ​ກາດສະ​ຍານ​, ສະ​ຖາ​ນີ​ລົດ​ໄຟ, ເຄືອ​ຂ່າຍ​ຄົມ​ມະ​ນາ​ຄົມ​ທາງ​ບົກ. ບັນ​ດາ​ແນວ​ຄວາມ​ຄິດນັ້ນ​ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຂ້ຽວ​ຂາດກວ່າ, ເປັນ​ເຈົ້າ​ການກວ່າ​ສຳ​ລັບ​ເສດ​ຖະ​ກິດ​ຕ່າງ​ປະ​ເທດ ກໍ​ຄື​ກໍ່ສ້າງ​ຮາກ​ຖານ​ທາງ​​ໂຄງ​ລ່າງຢູ່​ລາວ​ກາຍ”.


ຕອບກັບ

ຂ່າວ/ບົດ​ອື່ນ