ລາວກຽມພ້ອມຈັດຕັ້ງ ASEP 7

ລາວກຽມພ້ອມຈັດຕັ້ງ ASEP 7 - ảnh 1
ພິທີສະເໜີຕົວ LOGO ແລະ ເວັບໄຊຂອງASEP 7


Vovworld- ກອງ​ປະຊຸມ​ຄູ່​ຮ່ວມ​ມື​ລັດຖະສະພາ​ອາຊີ-ເອີລົບຄັ້ງທີ່ 7 (ASEP 7) ຄາດ​ວ່າ​ຖືກ​ດຳ​ເນີນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ​ໃນ​ວັນ​ທີ 3-4/10 ທີ່​ຈະ​ມາ​ເຖິງ. ​ໃນ​ຖານະ​ເປັນ​ປະ​ເທດ​ເຈົ້າພາບ, ສະພາ​ແຫ່ງ​ຊາດ​ລາວ​ໄດ້ ​ແລະ ພວມ​ຕັ້ງໜ້າ​ກະກຽມ​ທຸກ​ເງື່ອນ​ໄຂ​ເພື່ອ​ໃຫ້ ກອງ​ປະຊຸມ​ຄູ່​ຮ່ວມ​ມື​ລັດຖະສະພາ​ອາຊີ-ເອີລົບຄັ້ງທີ່ 7 (ASEP 7) ປະສົບຜົນສຳເລັດຢ່າງດີງາມ. ດ້ວຍຫົວຂໍ້ “ຄູ່​ຮ່ວມ​ມື​ລັດຖະສະພາ​ອາຊີ-ເອີລົບເພື່ອການພັດທະນາແບບຍືນຍົງ ” ກອງ​ປະຊຸມ​ຄູ່​ຮ່ວມ​ມື​ລັດຖະສະພາ​ອາຊີ-ເອີລົບຄັ້ງທີ່ 7 (ASEP 7) ຈະປຶກສາຫາລືບາງບັນຫາຈາກ ການເມືອງຕະຫຼອດ​ຮອດ​ເສັດ​ຖະກິດ​, ສັງຄົມ, ສິ່ງ​ແວ​ດລ້ອມ......ມີ​ຫຼາຍ​ອະນຸ​ກຳມະການ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເພື່ອ​ຮັບ​ໃຊ້ ASEP 7 , ASEP 9 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ. ມີພະນັກງານ 320 ກ່ວາຄົນສັງກັດສະພາ ແຫ່ງຊາດ, ກະຊວງການຕ່າງປະເທດ, ຫ້ອງວ່າການລັດຖະບານ, ບັນດາກະຊວງ, ຂະແໜງການຕ່າງໆ ໄດ້ຮັບການເລືອກເຟັ້ນເພື່ອຮັບໃຊ້ກອງປະຊຸມ. ຢູ່ຕາມ ຖະໜົນສາຍຕ່າງໆທີ່ນະຄອນຫຼວງວຽງຈັນ ໄດ້ຮັບການປະດັບປະດາຢ່າງ ສວຍງາມ​ເພື່ອ​ຕ້ອນຮັບ​ແຂກ​ສາກົນ.

ຂ່າວ/ບົດ​ອື່ນ