ລາວຈະສ້າງລະບົບຮ້ານອາຫານ “ຕົວແບບ” ຂາຍອາຫານທົ່ວໄປດ້ວຍລາຄາດຽວ

(VOVWORLD) - ແຜນການສ້າງລະບົບບັນດາຮ້ານອາຫານລາຄາດຽວຂອງກະຊວງອຸສະຫະກຳແລະການຄ້ານີ້ແມ່ນສ່ວນໜຶ່ງໃນຄວາມພະຍາຍາມສ້າງຄວາມເປັນປົກກະຕິທາງດ້ານລາຄາການບໍລິການຮ້ານກິນດື່ມຢູ່ລາວ. 

ຕາມໜັງສືພິມVientianetimesຫວ່າງມໍ່ໆມານີ້ໄດ້ຄັດສະເໜີຂ່າວຈາກກະຊວງອຸດສະຫະກຳແລະການຄ້າລາວໃຫ້ຮູ້ວ່າໃນໄລຍະຈະມາເຖິງນີ້, ກະຊວງດັ່ງກ່າວຈະປະສານສົມທົບກັບວິສະຫະກິດເອກະຊົນບາງແຫ່ງຢູ່ນະຄອນຫຼວງວຽງຈັນ ສ້າງລະບົບຮ້ານອາຫານທົ່ວໄປ ທີ່ມີລາຄາດຽວເພື່ອຮັບໃຊ້ປະຊາຊົນແລະນັກທ່ອງທ່ຽວ. ແຜນການສ້າງລະບົບບັນດາຮ້ານອາຫານລາຄາດຽວຂອງກະຊວງອຸສະຫະກຳແລະການຄ້ານີ້ແມ່ນສ່ວນໜຶ່ງໃນຄວາມພະຍາຍາມສ້າງຄວາມເປັນປົກກະຕິທາງດ້ານລາຄາການບໍລິການຮ້ານກິນດື່ມຢູ່ລາວ. ບັນດາຮ້ານເຫຼົ່ານີ້ຈະຂາຍເຝີ, ເຂົ້າຜັດ, ເຂົ້າຂາວຫຼື ອາຫານທີ່ໄດ້ຮັບຄວາມນິຍົມໃນລາຄາ: 15,000 ກີບ ຕໍ່ຈານ ຫຼື ຖ້ວຍ (ທຽບເທົ່າກັບ 40,000 ດົ່ງ). ການສ້າງລະບົບຮ້ານອາຫານຕົວແບບນີ້ຈະໄດ້ຮັບການປະຕິບັດໃນທ້າຍປີນີ້.

        ກະຊວງອຸດສະຫະກຳແລະການຄ້າລາວຄາດຫວັງວ່າ, ດ້ວຍຮ້ານອາຫານທົ່ວໄປ ກວ່າ 300 ແຫ່ງທີ່ຂຶ້ນກັບ 8 ຕົວເມືອງຂອງນະຄອນຫຼວງວຽງຈັນ, ຖ້າວ່າສ້າງຕັ້ງລະບົບຮ້ານອາຫານນີ້ໃຫ້ສົມບູນແບບ, ແຂກທີ່ມາຮ້ານຈະໄດ້ເພີດເພີນກັບຊຸດອາຫານທີ່ມີຄຸນນະພາບດ້ວຍລາຄາທີ່ເໝາະສົມໃນຂະນະດຽວກັນ ກໍ່ຍັງມີກຳໄລໃຫ້ແກ່ເຈົ້າຂອງທຸລະກິດ. ອີກດ້ານໜຶ່ງ, ວຽກງານນີ້ກໍ່ຍັງຈະສ້າງສະພາບແວດລ້ອມດ້ານການທ່ອງທ່ຽວໃຫ້ມີຄວາມເປັນມືອາຊີບແລະສ້າງຄວາມປະທັບໃຈທີ່ດີແກ່ນັກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ