ລາວຍົກລະດັບສະກັດກັ້ນໂລກພະຍາດໂຄວິດ-19 ຂຶ້ນຢູ່ລະດັບສູງສຸດ

(VOVWORLD) -ປະຈຸບັນຢູ່ປະເທດ ລາວ ຍັງບໍ່ທັນກວດພົບກໍລະນີຕິດໂລກພະຍາດໂຄວິດ-19, ແຕ່ວ່າຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດຢູ່ບາງປະເທດ ແລະ ໃນໂລກ, ປະເທດລາວ ໄດ້ຍົກລະດັບການສະກັດກັ້ນຂຶ້ນຢູ່ລະດັບສູງສຸດ.

ລາວຍົກລະດັບສະກັດກັ້ນໂລກພະຍາດໂຄວິດ-19 ຂຶ້ນຢູ່ລະດັບສູງສຸດ - ảnh 1(ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະເທດລາວ

ແລະ ຮອງລັດຖະມົນຕີກະຊວງສາທາລະນະສຸກ)

ກ່າວຄຳເຫັນທີ່ກອງປະຊຸມຂ່າວໃນວັນທີ 19 ມີນາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະເທດລາວ, ໃຫ້ຮູ້ວ່າ:

“ມາຮອດຈຸດເວລານີ້, ລາວ ໄດ້ຮັບຖືວ່າແມ່ນປະເທດໂຊກດີທີ່ຍັງບໍ່ທັນໄດ້ກວດພົບກໍລະນີຕິດໂລກພະຍາດໂຄວິດ-19 ເທື່ອ. ພວກເຮົາອາດໄດ້ຍິນຂ່າວຄາວກ່ຽວກັບບັນດາກໍລະນີຕິດເຊື້ອໄວຣັດຢູ່ ລາວ, ແຕ່ບັນດາກໍລະນີຖືກສົງໄສຫຼ້າສຸດກ່ອນນີ້ 2- 3 ວັນ ເມື່ອວິເຄາະແລ້ວມີຜົນລົບ. ຕໍ່ໜ້າສະພາບໂລກລະບາດຢູ່ບາງປະເທດໃນພາກພື້ນທີ່ມີສັນຍານສັບສົນ, ພວກຂ້າພະເຈົ້າຈະພິຈາລະນາກຳລັງຄວາມສາມາດຂອງບັນດາດ່ານຊາຍແດນໃນວຽກງານກວດພົບກໍລະນີຕິດໄວຣັດ. ຖ້າຫາກສະພາບການສັບສົນຂຶ້ນຕື່ມ, ພວກຂ້າພະເຈົ້າຈະພິຈາລະນາປິດປະຕູດ່ານຊາຍແດນສາກົນບາງແຫ່ງ”.

ນັບແຕ່ວັນທີ 19 ມີນາ, ລາວ ໄດ້ຍົກລະດັບການສະກັດກັ້ນພະຍາດໂຄວິດ-19 ຂຶ້ນຢູ່ລະດັບສູງ ສຸດ, ດ້ວຍບັນດາການເຄື່ອນໄຫວຄື: ຢຸດຕິການເຄື່ອນໄຫວຢູ່ບັນດາຮາກຖານການສຶກສານັບແຕ່ຂັ້ນອະນຸບານໃນທົ່ວປະເທດຈົນຮອດວັນທີ 24 ເມສາ; ປິດ 100 ປະຕູດ່ານຊາຍແດນທ້ອງຖິ່ນ ແລະ ປະເພນີ ຢູ່ລຽບຕາມເສັ້ນຊາຍແດນທີ່ບໍ່ຕອບສະໜອງເງື່ອນໄຂດ້ານສາທາລະນະສຸກ.

ນັບແຕ່ວັນທີ 20 ມີນາ, ລາວ ຈະຢຸດຕິການອອກວີຊາຝ່າຍດຽວໃຫ້ແກ່ນັກທ່ອງທ່ຽວເຂົ້າເມືອງໃນຮອບເວລາ 30 ວັນ, ເວັ້ນເສຍຜູ້ຖືໜັງສືຜ່ານແດນທາງການທູດ, ທາງລັດຖະການ, ແຕ່ຕ້ອງມີໃບຢັ້ງຢືນອາການສຸຂະພາບຂອງອົງການທີ່ມີໜ້າທີ່. ລັດຖະບານລາວ ກໍກ່າວເຕືອນໃຫ້ ພົນລະເມືອງປະເທດນີ້ຈຳກັດການກັບເມືອປະເທດ. ກໍລະນີພິເສດຕ້ອງເຂົ້າເມືອງ ຄວນປະຕິບັດການແຍກຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ