ລາວຍົກເວັ້ນພາສີນຳເຂົ້າລົດໂອໂຕທີ່ຜະລິດຢູ່ອາຊຽນ

ລາວຍົກເວັ້ນພາສີນຳເຂົ້າລົດໂອໂຕທີ່ຜະລິດຢູ່ອາຊຽນ - ảnh 1
(ພາບປະກອບ)

(vovworld) –​​​ ​ ຕາມ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ, ນັບ​​ແຕ່​​ວັນ​ທີ 1/1/2016 ​ເປັນ​ຕົ້ນ​ໄປ, ລົດ​ໂອ​ໂຕ​ທີ່​ໄດ້​ຮັບ​ການ​ຜະລິດຈາກ​ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ASEAN) ຈະ​ບໍ່​​ໄດ້​ເສຍ​ພາສີ​ນຳ​ເຂົ້າ ປະ​ເທດ​ນີ້. ນະ​ໂຍບາຍ​ນີ້ຖືກ​ນຳໃຊ້​ໃນ​ຂອບ​ເຂດ​ສັນຍາ​​ແມ່​ກ່ຽວ​ກັບ​ສິນຄ້າ​ການ​ຄ້າ​ຂອງ ອາ​ຊຽນ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ເພີ່ີມທະວີການ​ແລກປ່ຽນ​ການ​ຄ້າ ​ແລະ ການຜະລິດ​ອຸດສາຫະກຳ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ​ເມື່ອ​ປະຊາ​ຄົ​ມ​ເສດຖະກິດ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ທ້າຍ​ປີ​ນີ້. ຫົວໜ້າ​ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າລາວ ທ່ານ ລາວຮົວ ​ເຈີ​ຈິງ ​ໃຫ້​ຮູ້​ວ່າ: ດ້ວຍ​ນະ​ໂຍບາຍ​ຫລຸດ​ພາສີ​ນຳ​ເຂົ້າ​ລົງ​ 0%, ບັນດາ​ປະ​ເທດ ອາ​ຊຽນ ທີ່ມີ​ຂະ​ແໜງ​ອຸດສາຫະກຳ​ຜະລິດ​ລົດ​ໂອ​ໂຕ​ຄື ຫວຽດນາມ, ມາ​ເລ​ເຊຍ, ​ໄທ ສາມາດ​ຂາຍ​ລົດ​ໄດ້​ຢ່າງ​ສະດວກ​ກ່ວາ.

ຂ່າວ/ບົດ​ອື່ນ