ລາວຍູ້ແຮງວຽກງານ ກະກຽມໃຫ້ແກ່ກອງ ປະຊຸມ ASEM 9

ລາວຍູ້ແຮງວຽກງານ ກະກຽມໃຫ້ແກ່ກອງ ປະຊຸມ ASEM 9 - ảnh 1

 (ພາບປະກອບ)

( vovworld ) – ຕອນ​ບ່າຍ​ວັນ​ທີ 21/8, ທ່ານ​ນາຍົກລັດຖະມົນຕີລາວທອງ​ສິງ ທຳ​ມະ​ວົງ ​ໄດ້​ເປັນ​ປະທານ​ໃນ​ການ​ປະຊຸມ​ລາຍ​ງານ​ວຽກ​ງານ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ຂັ້ນສູງ​ອາຊີ-​ເອີ​ລົບ​ຄັ້ງທີ 9 (ASEM 9). ນະ​ທີ່​ນີ້,​ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ລາຍ​ງານ​ຕໍ່​ລັດຖະບານ​ກ່ຽວ​ກັບ​ລະດັບ​ຄວາມ​ໄວ​ຂອງ​ບັນດາ​ກິດຈະການ​ກໍ່ສ້າງກະກຽມ​ໃຫ້​ແກ​ອງປະຊຸມ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ​ນີ້​ຄື: ສູນ​ກອງ​ປະຊຸມ​ສາກົນ, ຍົກ​ລະດັບ​ສະໜາມ​ບິນ​ສາກົນ​ວັດ​ໄຕ ​ແລະ ​ເຂດ​ວີນລາ​ໃຫ້​ແກ່​ບັນດາ​ທ່ານ​ປະ​ມຸລັດ. ​ໃນ​​ໄລຍະ​ທີ່​ຈະ​ມາ​ເຖິງ, ຫວຽດນາມ​ກໍ່​ຈະ​ຊ່ວຍ​ລາວ​ໃນ​ວຽກ​ງານ​ຈັດຕັ້ງ ​ແລະ ຜັນ​ຂະຫຍາຍ​ກອງ​ປະຊຸມ​ດັ່ງກ່າວ

ຂ່າວ/ບົດ​ອື່ນ