ລາວດຳເນີນການຍົກເຮືອບິນຕົກຂຶ້ນຈາກນ້ຳ

ລາວດຳເນີນການຍົກເຮືອບິນຕົກຂຶ້ນຈາກນ້ຳ - ảnh 1
ກຳລັງກູ້ໄພກູ້ຊີບ ລາວໄດ້ຊອກເຫັນສົບຂອງຜູ້ປະສົບເຄາະຮ້າຍເມື່ອວັນທີ 18/10.
(ພາບ: AFP/TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 22/10, ໜ່ວຍ​ງານ​ຊອກ​ຫາ​ໄດ້​ເລີ່​ມຍົກເຮືອບິນ​ຂອງ​ບໍລິສັດ​ການບິນ​ແຫ່ງ​ຊາດ ລາວ ( Lao Airlines) ທີ່​ຖືກ​ອຸປະຕິ​ເຫດ​ເມື່ອ​ວັນ​ທີ 16/10 ຂຶ້ນ​ຈາກ​ນ້ຳ ປະຈຸ​ບັນ​ເຮືອບິນ​ພວມ​ຖືກ​ຈົມ​ໃຕ້​ໃຕ້​ນ້ຳ​​ເລິກປະມານ​ແຕ່ 7 – 12 ມຢູ່​ແມ່​ນ້ຳຂອງ, ​ໃນ​ນັ້ນ​ມີ​ທັງກັບດຳຂອງ​ເຮືອບິນ. ວົງ​ການ​ເຈົ້າ​ໜ້າ​ທີ່ ລາວ ​ໃຫ້​ຮູ້​ວ່າ: ບັນດາ​ນັກ​ຊ່ຽວຊານ​ຂອງ​ບໍລິສັດ​ຜະລິດ​ເຮືອບິນ ATR ​ແລະ ອົງການ​ສືບສວນ​ເຫດການ​ເຮືອບິນ​ຕົກ​ຂອງ ຝຣັ່ງ ຈະ​ນຳກັບດຳຂອງ​ເຮືອບິນ​​ໄປ​ຝຣັ່ງ​ເພື່ອ​ຟື້ນ​ຟູ ​ແລະ ສືບສວນສາຍ​ເຫດ​ກໍ່​​ໃຫ້​ເກີດ​ອຸບັດຕິເຫດ. ຄາດ​ວ່າ, ວຽກ​ງານ​ນີ້​ອາດ​ຈະ​ແກ່ຍາວ​ເປັນ​ເວລາ 1 ​ເດືອນ.

    ​ຮອດ​ເວລາ 17 ​ໂມງ​​ວັນ​ທີ 21/10, ​ໄດ້​ຊອກ​​ເຫັນ​ສົບ​ຂອງ 43 ຄົນ, ​ໃນ​ນັ້ນ​ມີ​ສົບ 17 ຄົນ​ໄດ້​ຮູ້​ຊື່ ​ແລະ ນາມສະກຸນ, ສົບ​ຂອງ​ຊາວ ຫວຽດນາມ 2 ຄົນ​ກໍ່​ໄດ້ມອບ​ໃຫ້ຄອບຄົວ ​ແລະ ຍາກ​ຕິ​ພີ່ນ້ອງ​ແລ້ວ. ກະຊວງ​ການ​ຕ່າງປະ​ເທດ ລາວ ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຫ້ອງການ​ເຂົ້າ - ອອກ​ເມືອງ, ບັນດາ​ສະຖານທູດ ​ແລະ ສະຖານກົງສູນ​ໃຫຍ່​ຂອງ​ລາວ​ໃນ​ທົ່ວ​​ໂລກ ​ຍົກ​ເວັ້ນວີ​ຊາ​ເຂົ້າ​ເມືອງ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​​ມາ ລາວ ​ເພື່ອ​ຮັບ​ສົບ​ຂອງ​ພີ່ນ້ອງ.

 

 

ຂ່າວ/ບົດ​ອື່ນ