ລາວ​ຕີ​ລາຄາ​ສູງ​ຕໍ່​ການໜູນຊ່ວຍ​ຂອງຫວຽດນາມ ​ໃນ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ຕອນບ່າຍວັນທີ 6 ເມສາ, ຢູ່ນະຄອນຫຼວງວຽງຈັນ, ວິສາຫະກິດຫວຽດນາມ ຈໍານວນໜຶ່ງທີ່ລົງທຶນ, ດໍາເນີນທຸລະກິດຢູ່ ລາວ ໄດ້ຊ່ວຍເຫຼືອລັດຖະບານລາວ ເງິນຈໍານວນ 370.000 USD ເພື່ອແນໃສ່ແບ່ງເບົາຄວາມຫຍຸ້ງຍາກກັບລັດຖະບານ ແລະ ປະຊາຊົນລາວ, ຕັດສິນໃຈພ້ອມກັບລັດຖະບານລາວ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ.
ລາວ​ຕີ​ລາຄາ​ສູງ​ຕໍ່​ການໜູນຊ່ວຍ​ຂອງຫວຽດນາມ ​ໃນ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 - ảnh 1ບໍລິສັດ Unitel ມອບເງິນຈໍານວນ 2.830.000.000 ກີບ ເພື່ອໜູນຊ່ວຍລັດຖະບານລາວຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19

ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ລາວ, ທ່ານ ລຶວແມ້ງຮ່າ - ຜູ້ອໍານວຍການໃຫຍ່ບໍລິສັດ Unitel - ເຊິ່ງເປັນຫົວໜ່ວຍຮ່ວມທຸລະກິດລະຫວ່າງກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ກັບ ບໍລິສັດໂທລະຄົມມະນາຄົມ ລາວ ໄດ້ມອບເງິນຈໍານວນ 2.830.000.000 ກີບ ເຊິ່ງເທົ່າກັບ 320.000 USD ເພື່ອໜູນຊ່ວຍລັດຖະບານລາວຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19. 

ລາວ​ຕີ​ລາຄາ​ສູງ​ຕໍ່​ການໜູນຊ່ວຍ​ຂອງຫວຽດນາມ ​ໃນ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 - ảnh 2 ທ່ານ ຫງວຽນວັນບິ່ງ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມທຸລະກິດ LAOVIET Bank ມອບເງິນຈໍານວນ 50.000 USD ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອຮັບມືກັບໂລກລະບາດ

ທ່ານ ຫງວຽນວັນບິ່ງ ຫົວໜ້າຜູ້ຕາງໜ້າທະນາຄານລົງທຶນ ແລະ ພັດທະນາຫວຽດນາມ (BIDV) - ຜູ້ອໍານວຍການໃຫຍ່ທະນາຄານຮ່ວມທຸລະກິດ LAOVIET Bank ກໍໄດ້ມອບເງິນຈໍານວນ 50.000 USD, ເຊິ່ງເປັນນໍ້າໃຈຂອງຖັນແຖວພະນັກງານ ທະນາຄານ BIDV ທີ່ສະຫງວນໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອຮັບມືກັບໂລກລະບາດ.

ໂດຍຕາງໜ້າລັດຖະບານລາວ, ທ່ານຮອງນາຍົກລັດຖະມົນຕີລາວ ສົມດີ ດວງດີ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງບັນດາວິສາຫະກິດ ຫວຽດນາມ ທີ່ພວມລົງທຶນ, ດໍາເນີນທຸລະກິດຢູ່ລາວ; ໂດຍຖືວ່າ ນີ້ແມ່ນສັນຍາລັກທີ່ມີຊີວິດຊີວາຂອງນໍ້າໃຈຄວາມຮັບຜິດຊອບຕໍ່ສັງຄົມ, ແມ່ນການແບ່ງເບົາຄວາມຫຍຸ້ງຍາກກັບລັດຖະບານ ແລະ ປະຊາຊົນລາວໃນໄລຍະເວລານີ້.

ວັນທຽງ, ດັ້ງຖຸ່ຍ - ນັກຂ່າວ VOV ປະຈໍາ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ