ລາວຕີລາຄາສູງບັນດາການປະກອບສ່ວນຕັ້ງໜ້າຂອງປະຊາຄົມຊາວຫວຽດນາມອາໄສຢູ່ລາວ

(VOVWORLD) -ທ່ານຮອງລັດຖະມົນຕີ ຫງວຽນກວ໊ກເກື່ອງ, ສະເໜີໃຫ້ 2 ຄະນະກຳມະການສືບຕໍ່ປະຕິບັດບັນດາສັນຍາ, ຂໍ້ຕົກລົງເຊິ່ງໄດ້ຮັບການລົງນາມແລ້ວຢ່າງມີປະສິດທິຜົນ, ພ້ອມທັງເພີ່ມທະວີການແລກປ່ຽນ, ສົມທົບກັນສ້າງແຜນການຮ່ວມມືຢ່າງລະອຽດ

ລາວຕີລາຄາສູງບັນດາການປະກອບສ່ວນຕັ້ງໜ້າຂອງປະຊາຄົມຊາວຫວຽດນາມອາໄສຢູ່ລາວ - ảnh 1 (ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ 

ເຮັດວຽກກັບສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 19 – 21 ພຶດສະພາ ຂອງຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ, ໂດຍທ່ານ ຫງວຽນກວ໊ກເກື່ອງ, ຮອງລັດຖະມົນຕີ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເປັນຫົວໜ້າຄະນະ, ຕອນບ່າຍວັນທີ 20 ພຶດສະພາ, ຄະນະຜູ້ແທນໄດ້ມີການເຮັດວຽກກັບຄະນະຕິດຕໍ່ພົວພັນຊາວລາວ ອາໄສຢູ່ຕ່າງປະເທດ ທີ່ສຳນັກງານກະຊວງການຕ່າງປະເທດລາວ, ນະຄອນຫຼວງວຽງຈັນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງຕ່າງປະເທດລາວ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ທີ່ມີຕໍ່ພາລະກິດສ້າງສາ ແລະ ພັດທະນາປະເທດລາວ; ຢືນຢັນວ່າ, ພັກ, ລັດລາວ ຈະສ້າງເງື່ອນໄຂຢ່າງສຸດຂີດໃຫ້ແກ່ປະຊາຄົນຊາວຫວຽດນາມ ພວມອາໄສຢູ່ລາວ ດຳລົງຊີວິດ, ເຮັດວຽກ ແລະ ເຊື່ອມໂຍງເຂົ້າກັບສັງລາວ.

        ສ່ວນທ່ານຮອງລັດຖະມົນຕີ ຫງວຽນກວ໊ກເກື່ອງ, ສະເໜີໃຫ້ 2 ຄະນະກຳມະການສືບຕໍ່ປະຕິບັດບັນດາສັນຍາ, ຂໍ້ຕົກລົງເຊິ່ງໄດ້ຮັບການລົງນາມແລ້ວຢ່າງມີປະສິດທິຜົນ, ພ້ອມທັງເພີ່ມທະວີການແລກປ່ຽນ, ສົມທົບກັນສ້າງແຜນການຮ່ວມມືຢ່າງລະອຽດ, ຊ່ວຍໃຫ້ຊາວຫວຽດນາມ - ລາວ ອາໄສຢູ່ແຕ່ລະປະເທດ ທຳມາຫາກິນ, ດຳລົງຊີວິດຢ່າງມີສະຖຽນລະພາບ ແລະ ຖືກຕ້ອງຕາມກົດໝາຍຂອງປະເທດປະຈຳຖິ່ນ, ຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມຂອງແຕ່ລະປະເທດ ແລະ ສືບຕໍ່ເປັນຂົວເຊື່ອມຕໍ່ໃຫ້ແກ່ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ.

        ກ່ອນໜ້ານັ້ນ, ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບຕາມພິທີການທູດທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ. ໃນຂອບເຂດການຢ້ຽມຢາມ, ຄະນະຜູ້ແທນໄດ້ມີການເຮັດວຽກກັບສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ, ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ແລະ ສະຖານທູດຫວຽດນາມ ປະຈຳລາວ.

ຕອບກັບ

ຂ່າວ/ບົດ​ອື່ນ