ລາວຕີລາຄາສູງວຽກງານກະກຽມການຈັດຕັ້ງຂອງຫວຽດນາມ

(VOVWORLD) -ວັນທີ 05 ມີນາ, ບັນດາໜັງສືພິມໃຫຍ່ຂອງລາວ ຄື: ປະຊາຊົນ, ປະເທດລາວ, ເສດຖະກິດ - ສັງຄົມ ໄດ້ລົງພິມຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດລາວ ກ່ຽວກັບໝາກຜົນກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ - ສປປ.ເກົາຫຼີ ເຊິ່ງຫາກໍ່ດຳເນີນຢູ່ຮ່າໂນ້ຍ, ປະເທດຫວຽດນາມ.

ລາວຕີລາຄາສູງວຽກງານກະກຽມການຈັດຕັ້ງຂອງຫວຽດນາມ - ảnh 1 ການນຳອາເມລິກາ - ສປປ.ເກົາຫຼີ

(ພາບປະກອບ: AFP/TTXVN)

ຖະແຫຼງການໃຫ້ຮູ້ວ່າ, ລາວ ຕີລາຄາສູງການພົບປະສຸດຍອດຄັ້ງທີ 2 ຢູ່ຮ່າໂນ້ຍ, ປະເທດຫວຽດນາມ ໃນລະຫວ່າງວັນທີ 27 – 28 ມີນາ ຜ່ານມາ, ພ້ອມທັງຊົມເຊີຍວຽກງານກະກຽມເປັນຢ່າງດີຂອງລັດຖະບານ ແລະ ປະຊາຊົນຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນບັນດາຄວາມມານະພະຍາຍາມສ້າງສັນຕິພາບຢູ່ພາກພື້ນ ແລະ ໃນໂລກ. ຖະແຫຼງການໄດ້ເນັ້ນໜັກເຖິງການພົບປະຜ່ານມາຢູ່ຮ່າໂນ້ຍ ເຊິ່ງໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງການນຳ 2 ປະເທດອາເມລິກາ ແລະ ສປປ.ເກົາຫຼີ, ນີ້ຈະແມ່ນພື້ນຖານສຳຄັນໃຫ້ແກ່ການເຈລະຈາ ສ້າງການພົວພັນແບບໃໝ່ລະຫວ່າງ 2 ປະເທດ, ກໍ່ຄືສ້າງແຫຼມເກົາຫຼີ ໃຫ້ກາຍເປັນເຂດປອດອາວຸດນິວເຄຼຍໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ