ລາວປະດັບຫຼຽນໄຊແຮງງານໃຫ້ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ,ທະຫານເສຍອົງຄະແລະສັງຄົມຫວຽດນາມ

ລາວປະດັບຫຼຽນໄຊແຮງງານໃຫ້ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ,ທະຫານເສຍອົງຄະແລະສັງຄົມຫວຽດນາມ - ảnh 1
(​ພິທີ​ປະດັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2 ​ໃຫ້​ລັດຖະມົນຕີ​ຊ່ວຍ​ວ່າການ
​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ ແລະ​ ສັງຄົມ​ຫວຽດນາມ)


​​(vovworld) - ຕອນ​ບ່າຍວັນ​ທີ 06/08, ຢູ່​ນະຄ​ອນຫຼວງ​ວຽງ​ຈັນ, ​​ໂດຍ​ໄດ້​ຮັບ​ການມອບສິດ​ຈາກ​ລັດຖະບານ​ສປປ.ລາວ, ກະຊວງ​​ແຮງ​ງານ ​ແລະ ສະຫວັດດີ​ກາ​ນສັງຄົມ​ລາວ ​ໄດ້​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ລາວ ຈັດ​ຕັ້ງ​ພິທີ​ປະດັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2 ​ໃຫ້​ທ່ານ ຫງວຽນ​ແທງ​ຮ່ວາ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ ແລະ​ ສັງຄົມ​ຫວຽດນາມ, ຍ້ອນ​ມີ​ການ​ປະກອບສ່ວນ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ 2 ຂະ​ແໜງ​ແຮງ​ງານ - ສັງຄົມ ຂອງຫວຽດນາມ - ລາວ ​ເວົ້າ​ສະ​ເພາະ ​ແລະ ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ​ເວົ້າລວ​ມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ແທງ​ຮ່ວາ ຢືນຢັນ​ວ່າ, ລາງວັນ​ອັນ​ສູງ​ສົ່ງນີ້​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສຳລັບ​ທ່ານ​ເອງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ຮັບ​ຮູ້​ສຳລັບ​ຄວາມ​ມານະ​ພະຍາຍາມ​​​ໃນການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນໄລຍະ​ຜ່ານ​ມາ​ອີກ​​ດ້ວຍ. ທ່ານ ຫງວຽນ​ແທງ​ຮ່ວາ ປາດ​ຖະໜາ​ວ່າ ຈະ​ສືບ​ຕໍ່​ປະກອບສ່ວນ​ຮັກສາເພີ່ມ​ພູນ​ຄຸນ​ສ້າງ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດ​ລະຫວ່າງ 2 ກະຊວງ​ເວົ້າ​ສະ​ເພາະ, ກໍ​ຄື​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ລາ​ວ ​ເວົ້າ​ລວມ​.

ຂ່າວ/ບົດ​ອື່ນ