ລາວມອບຫຼຽນໄຊແຮງງານໃຫ້ອະດີດຄູສອນຢູ່ສະຖານບັນດົນຕີຫວຽດນາມ

ລາວມອບຫຼຽນໄຊແຮງງານໃຫ້ອະດີດຄູສອນຢູ່ສະຖານບັນດົນຕີຫວຽດນາມ - ảnh 1
ພິ​ທີ​ມອບຫຼຽນ​ໄຊ​ໃຫ້​ແກ່​ຄູ​ອາ​ຈານ ຫວຽດ​ນາມ 2 ຄົນ

(vovworld) – ວັນ​ທີ 10/4, ຢູ່​ນະ​ຄອນຫຼ​ວງ ວຽນ​ຈັ​ນ, ໂດຍ​ໄດ້​ຮັບ​ການມອບ​ສິດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ​ປະ​ທານ​ປະ​ເທດ ລາວ ຈູມ​ມາ​ລີ ໄຊ​ຊະ​ສອນ, ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ການ​ທ່ອງ​ທ່ຽວ ລາວ ໄດ້​ຈັດ​ຕັ້ງພິ​ທີ​ມອບຫຼຽ​ນ​ໄຊ​ແຮງ​ງານ​ຊັ້ນ 3 ຂອງ​ລັດ​​ລາວ​ໃຫ້​ແກ່​ເອື້ອຍ​ຄູ ເຈີ່ນ​ໂຕ​ລານ ແລະ ອາ​ຈານ ດິງກວາງ​ເຮີບ, ອະ​ດີດ​ຄູ​ສອນ​ດົນ​ຕີ​ຢູ່​ສະ​ຖາ​ບັນ​ດົນ​ຕີ ຫວຽດ​ນາມ ຍ້ອນ​ໄດ້​ອຸ​ທິດ​ສ່ວນ​ກຳ​ລັງ​ເຫື່ອ​ແຮງ ແລະ ພຸມ​ປັນ​ຍາ​ໃຫ້​ແກ່​ວຽກ​ງານ​ສອນ​ດົນ​ຕີ ແລະ ວັດ​ທະ​ນະ​ທຳ​ໃຫ້​ບັນ​ດາ​ນັກ​ສຶກ​ສາ​ຂອງ​ລາວ ຊຸດ​ທຳ​ອິດ (ໄລ​ຍະ 1965 – 1969). ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ການ, ວັດ​ທະ​ນະ​ທຳ ແລະ ການ​ທ່ອງ​ທ່ຽວ ບົວ​ເງິນ ຊາ​ພູ​ວົງ ຢັ້ງ​ຢືນ​ວ່າ: ບັນ​ດາ​ການ​ປະ​ກອບ​ສ່ວນ, ອຸ​ທິດ​ສ່ວນ​ຂອງ​ຄູ​ອາ​ຈານ ຫວຽດ​ນາມ ເວົ້າ​ລ​ວມ ແລະ ຂອງ​ເອື້ອຍ​ຄູ ເຈີ່ນ​ໂຕ​ລານ, ອາ​ຈານ ດິງກວາງ​ເຮີບ ເວົ້າ​ສະ​ເພາະ ສະ​ຫງວນ​ໃຫ້​ແກ່​ນັກ​ສຶກ​ສາ​ຮຽນ​ດົນ​ຕີຂອງ ລາວ ລຸ້ນ​ທຳ​ອິດ ໄດ້​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ.

                                       


ຂ່າວ/ບົດ​ອື່ນ