ລາວມອບເງິນສະໜັບສະໜູນປະຊາຊົນຫວຽດນາມຖືກຜົນຮ້າຍຈາກໄພແຫ້ງແລ້ງແລະນ້ຳທະເລຊຶມເຂົ້າ

ລາວມອບເງິນສະໜັບສະໜູນປະຊາຊົນຫວຽດນາມຖືກຜົນຮ້າຍຈາກໄພແຫ້ງແລ້ງແລະນ້ຳທະເລຊຶມເຂົ້າ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ
​ເປັນ​ຜູ້​ຕາງໜ້າຮັບ​ເອົາ​ຈຳນວນ​ເງິນ​ສະໜັບສະໜູນ

(vovworld) - ​ ​ ຕອນ​ບ່າຍ​ວັນ​ທີ 30/05, ຢູ່​ຮ່າ​ໂນ້ຍ, ຜູ້ຕາງ​ໜ້າ​ສະຖານທູດ​ ລາວ ປະຈ​ຳ ຫວຽດນາມ ​ໄດ້​ມອບ​ເງິນ​ສະໜັບສະໜູນ​ຂອງ​ລັດ ​ແລະ ປະຊາຊົນ ລາວ ທີ່ໜູນ​ຊ່ວຍ​ປະຊາຊົນ ຫວຽດນາມ ຖືກປະສົບ​ຄວາມ​ເສຍ​ຫາຍ​ຈາກ​ໄພ​ແຫ້ງ​ແລ້ງ ​ແລະ ນ້ຳ​ທະ​ເລ​ຊຶມ​ເຂົ້າ. ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເປັນ​ຜູ້​ຕາງໜ້າຮັບ​ເອົາ​ຈຳນວນ​ເງິນ​ສະໜັບສະໜູນ. ທ່ານ ພົມມາ ສິດ​ເສນາ ອັກຄະ​ລັດຖະທູດສະຖານທູດ ລາວ ປະຈຳ ຫວຽດນາມ ​ໄດ້ມອບ​ຈຳນວນ​ເງິນ 257.000 USD ສະໜັບ​ສະ​ໜູນ​ໃຫ້​ແກ່​ປະຊາຊົນ ຫວຽດນາມ ຖືກ​ປະສົບ​ຄວາມ​ເສຍ​ຫາຍ​ຈາກ​ໄພ​ແຫ​້ງ​ແລ້ງ, ນ້ຳ​ທະ​ເລ​ຊຶມ​ເຂົ້າ​ຢູ່​ເຂດ​ພາກ​ກາງ - ​ໄຕ​ງວຽນ ​ແລະ ທົ່ງພຽງ​ແມ່ນ້ຳຂອງ.

ຂ່າວ/ບົດ​ອື່ນ