ລາວລົງມືກໍ່ສ້າງສາຍທາງລົດໄຟລາວ-ຈີນ

ລາວລົງມືກໍ່ສ້າງສາຍທາງລົດໄຟລາວ-ຈີນ - ảnh 1
ພິທີ​ລົງມື​ກໍ່ສ້າງ​ສາຍ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່ ລາວ - ຈີນ
(ພາບ:Nikkei Asian Reviews.)

(vovworld) – ພິທີ​ລົງມື​ກໍ່ສ້າງ​ສາຍ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່ ລາວ - ຈີນ ດຳ​ເນີນ​ໃນ​ວັນ​ທີ 20/12 ຢູ່​ນະຄອນຫລວງ ວຽງ​ຈັນ ປະ​ເທດ ລາວ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ສົມ​ສະຫວາດ ​ເລັ່ງສະຫວັດ ​ໃຫ້​ຮູ້​ວ່າ: ກິດຈະກຳ​ໄດ້​ລົງມື​ກໍ່ສ້າງກົງ​ກັບ​​ວັນ​ສະ​ເຫຼີ​ມສະຫຼອງວັນຊາດ ລາວ ຄົບຮອບ 40 ປີ ​ແລະ ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ກິດຈະກຳ​ສຳລັບ ລາວ. ສາຍ​ທາງ​ລົດ​ໄຟ​ດັ່ງກ່າວ ບໍ່​ພຽງ​ແຕ່​ຊ່ວຍ ລາວ ​ຈາກປະ​ເທດທີ່​ບໍ່​ມີ​ທະ​ເລ​ກາຍ​ເປັນ​ປະ​ເທດ​ເຊື່ອມ​ຕໍ່​ໃນ​ພາກ​ພື້ນ​​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ເສດຖະກິດ​ຂອງ ລາວ ​ໃນ​ອະນາຄົດອີກ​ດ້ວຍ. ​ໂຄງການ​ນີ້ ມີຍອດ​ມູນ​ຄ່າກ່ວາ 6 ຕື້ USD ​ແລະ ຈະ​ກໍ່ສ້າງ​ໃຫ້ສຳ​ເລັດ​ພາຍ​ໃນ​ເວລາ 4 ປີ. ຕາມ​ການ​ອອກ​ແບບ​ແລ້ວ, ສາຍ​ທາງ​ລົດ​ໄຟ​ນີ້ ມີ​ລວງ​ຍາວ​ເກືອບ 200 ກມ ​ແລະ ຂົວ 76 ​ແຫ່ງ​ດ້ວຍ​ລວງ​ຍາວທັງ​ໝົດ​ແມ່ນ 67,15 ກມ. ຕາມ​ແຜນ​ການ​ແລ້ວ, ສາຍ​ທາງ​ລົດ​ໄຟ​ນີ້  ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ສາຍ​ທາງ​ລົດ​ໄຟ​ທີ່​ເຊື່ອມ​ຕໍ່​ນະຄອນ ກູ​ນໝີ​ງ ກັບ ສິງກະ​ໂປ ທີ່ມີ​ລວງ​ຍາມທັງ​ໝົດ​ກ່ວາ 3000 ກມ ​​ແລ່ນ​ຜ່ານ ລາວ, ​ໄທ ​ແລະ ມາ​ເລ​ເຊຍ.

 

 

ຂ່າວ/ບົດ​ອື່ນ