ລາວ:ວຽກງານກະກຽມໃຫ້ກອງປະຊຸມAIPAຄັ້ງທີ35ສຳເລັດຜົນ

ລາວ:ວຽກງານກະກຽມໃຫ້ກອງປະຊຸມAIPAຄັ້ງທີ35ສຳເລັດຜົນ - ảnh 1
(ພາບປະກອບຈາກ Đặng Tuấn/TTXVN)

(vovworld) – ວັນ​ທີ 9/9, ຢູ່​ນະຄອນຫຼວງ ວຽງ​ຈັນ, ສະພາ​ແຫ່ງ​ຊາດ ​ລາວ ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ວຽກ​ງານ​ກະກຽມ​ກອງ​ປະຊຸມ​ລັດຖະສະພາ​ລະຫວ່າງບັນດາ​ປະ​ເທດ ອາຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ (AIPA) ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 14 – 20/9 ຈະ​ມາ​ເຖິງ. ທີ່​ການ​ປະຊຸມ​ຂ່າວ, ດຣ ບຸນ​ຍົງ ບູບຜາ ​ໃຫ້​ຮູ້​ວ່າ, ມາ​ຮອດ​ປະຈຸ​ບັນ, ວຽກ​ງານ​ກະກຽ​ມ​ໃຫ້​ກອງ​ປະຊຸ​ມ AIPA ສຳ​ເລັດ​ຜົນ. ກອງ​ປະຊຸມລັດຖະສະພາ​ລະຫວ່າງບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ນີ້​ໄດ້​ພິຈາລະນາ 3 ບັນຫາ​ໃຫຍ່, ​ເຊິ່ງລວມມີ: ​ເພີ່ມ​ທະວີ​ບົດບາດ​ຂອງ​ແມ່ຍິງ​ໃນ​ສັງຄົມ, ຍົກ​ສູງ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍກໍ່​ຄື​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ເດັກ​ນ້ອຍ​ໃນ​ບັນດາ​ປະ​ເທດ ອາ​ຊຽນ ກ່ວາ​ອີກ, ພັດທະນາ​ເສດຖະກິດ​ຂຽວ ​ແລະ ໝັ້ນຄົງ​ກໍ່​ຄື​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າ​ງບັນດາ​ປະ​ເທດ ອາ​ຊຽນ ກ່ວາ​ອີກ. ນອກຈາກ​ນັ້ນ​, ທີ່​ກອງ​ປະຊຸມ, ບັນດາ​ສະມາຊິກ ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ສະມາ​ຊິກ, ກໍ່​ຄື​ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ ອາ​ຊຽນ.


ຂ່າວ/ບົດ​ອື່ນ