ລາວສະເຫຼີມສະຫຼອງວັນຊາດຄົບຮອບ 42 ປີ.

(VOVWORLD) -ວັນທີ 1 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫ່ຍພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ເປັນປະທານການພົບປະກັບຄະນະທູຕານຸທູດເນື່ອງໃນໂອກາດສະເຫຼີມສະຫຼອງ 42 ປີແຫ່ງວັນຊາດລາວ (ວັນທີ 2 ທັນວາປີ 1975-ວັນທີ 2 ທັນວາປີ 2017)

ລາວສະເຫຼີມສະຫຼອງວັນຊາດຄົບຮອບ 42 ປີ. - ảnh 1ທ່ານເລຂາທິການໃຫ່ຍ, ປະທານປະເທດລາວ ບຸນຍັງ ວໍລະຈິດ        ກ່າວຄຳເຫັນທີ່ການພົບປະກັບຄະນະທູຕານຸທູດ 

ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫ່ຍພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ເນັ້ນໜັກວ່າ ປີ 2017 ແມ່ນປີທີ່ມີຄວາມໝາຍສຳຄັນສຳລັບລາວ, ເພາະວ່າ ນີ້ແມ່ນປີທີ 2 ແຫ່ງການປະຕິບັດບັນດາເປົ້າໝາຍທີ່ໄດ້ລະບຸໃນມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ແຜນການ 5 ປີຄັ້ງທີ 8. ຕາມ ທ່ານເລຂາທິການໃຫ່ຍພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ບຸນຍັງ ວໍລະຈິດ ແລ້ວ, ປະຈຸບັນ, ລາວພວມສຸມໃສ່ຜັນຂະຫຍາຍຫຼາຍມາດຕະການເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍເພື່ອແນໃສ່ນຳປະເທດລາວພັດທະນາຢ່າງຈະເລີນວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ