ລາວ​ສະ​ເໜີ​ໃຫ້​ຫວຽດ​ນາມ ໜູນ​ຊ່ວຍ​​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

(VOVWORLD) -ທ່ານ ຮອງນາຍົກລັດຖະມົນຕີລາວ ສົມດີດວງດີ ໄດ້ຕີລາຄາສູງກຳລັງຄວາມສາມາດ, ບົດຮຽນປະສົບການໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid– 19 ຂອງ ຫວຽດນາມ ແລະ ສະເໜີຢາກສືບຕໍ່ໄດ້ຮັບການໜູນຊ່ວຍຍົກສູງກຳລັງຄວາມສາມາດໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໃຫ້ແກ່ຂະແໜງສາທາລະນະສຸກຂອງລາວ.
ລາວ​ສະ​ເໜີ​ໃຫ້​ຫວຽດ​ນາມ ໜູນ​ຊ່ວຍ​​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19 - ảnh 1 ພິທີມອບຮັບອຸປະກອນການແພດລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກອງທັບລາວ

ທີ່ການຕ້ອນຮັບ ແລະ ເຮັດວຽກໃນຕອນເຊົ້າວັນທີ 9 ເມສາ, ຄະນະນັກຊ່ຽວຊານຂອງກະຊວງປ້ອງກັນປະເທດ ຫວຽດນາມທີ່ໄປຊ່ວຍເຫຼືອປະເທດລາວປ້ອງກັນ, ສະກັດກັ້ນໂລກລະບາດ. ທ່ານ ຮອງນາຍົກລັດຖະມົນຕີລາວ ສົມດີດວງດີ ໄດ້ຕີລາຄາສູງກຳລັງຄວາມສາມາດ, ບົດຮຽນປະສົບການໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid– 19 ຂອງ ຫວຽດນາມ ແລະ ສະເໜີຢາກສືບຕໍ່ໄດ້ຮັບການໜູນຊ່ວຍຍົກສູງກຳລັງຄວາມສາມາດໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໃຫ້ແກ່ຂະແໜງສາທາລະນະສຸກຂອງລາວ.

        ທ່ານຮອງນາຍົກລັດຖະມົນຕີ ສົມດີ ດວງດີ ໄດ້ສະເໜີໃຫ້ບັນດານັກຊ່ຽວຊານຂອງ ກະຊວງປ້ອງກັນປະເທດຫວຽດນາມ ໃນການເດີນທາງມາເຮັດວຽກຄັ້ງນີ້, ໄປສຳຫຼວດກວດກາຢູ່ບັນດາແຂວງພາກກາງລາວ ຄື ບໍລິຄຳໄຊ, ຄຳມ່ວນ… ເຊິ່ງເປັນບໍລິເວນທີ່ມີຜູ້ອອກງານລາວກັບມາຈາກປະເທດໄທ ແຕ່ຍັງບໍ່ທັນໄດ້ຮັບການຄວບຄຸມເປັນຢ່າງດີເທື່ອ, ຈາກນັ້ນ ມີບັນດາຂໍ້ສະເໜີທີ່ຖືກຕ້ອງຊັດເຈນ, ເໝາະສົມກັບເງື່ອນໄຂຕົວຈິງ, ຊ່ວຍໃຫ້ລັດຖະບານ, ຂະແໜງສາທາລະນະສຸກ ແລະ ອຳນາດການປົກຄອງບັນດາທ້ອງຖິ່ນນີ້ ຜັນຂະຫຍາຍມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid– 19 ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ