ລາວຮັບງວດອຸປະກອນການແພດທີ່ມີມູນຄ່າກວ່າ 3 ລ້ານ USD ໂດຍຍີ່ປຸ່ນ ໜູນຊ່ວຍເພື່ອປ້ອງກັນໂລກລະບາດ

(VOVWORLD) -ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ Keizho Takewaka ໄດ້ມອບເຄື່ອງອຸປະກອນດ້ານການແພດທີ່ມີມູນຄ່າ 3 ລ້ານ USD ໃຫ້ແກ່ກະຊວງສາທາລະນະສຸກລາວ ເພື່ອແນໃສ່ໜູນຊ່ວຍລາວ ປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ-19.
ລາວຮັບງວດອຸປະກອນການແພດທີ່ມີມູນຄ່າກວ່າ 3 ລ້ານ USD ໂດຍຍີ່ປຸ່ນ ໜູນຊ່ວຍເພື່ອປ້ອງກັນໂລກລະບາດ - ảnh 1 (ລາວຮັບງວດອຸປະກອນການແພດທີ່ມີມູນຄ່າກວ່າ 3 ລ້ານ USD)

ວັນທີ 18 ທັນວາ, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ Keizho Takewaka ໄດ້ມອບເຄື່ອງອຸປະກອນດ້ານການແພດທີ່ມີມູນຄ່າ 3 ລ້ານ USD ໃຫ້ແກ່ກະຊວງສາທາລະນະສຸກລາວ ເພື່ອແນໃສ່ໜູນຊ່ວຍລາວ ປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ-19. ຈຳນວນອຸປະກອນລວມມີ: ເຄື່ອງວິໄຈ RT-PCR, ທາດເຄມີ, ຜ້າອັດປາກ-ອັດດັງ, ຊຸດກັນເຊື້ອພະຍາດໃຫ້ພາລະກອນການແພດທີ່ປະຕິບັດໜ້າທີ່ປ້ອງກັນ, ສະກັດກັ້ນໂລກລະບາດ… ກ່າວຄຳເຫັນທີ່ພິທີມອບ-ຮັບເຄື່ອງອຸປະກອນ, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ສະແດງຄວາມປາດຖະໜາຢາກຮ່ວມມືພ້ອມກັບລັດຖະບານລາວ ໃນການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19. ໂດຍຕາງໜ້າໃຫ້ແກ່ລັດຖະບານລາວ, ທ່ານລັດຖະມົນຕີກະຊວງສາທາລະນະສຸກລາວ, ຮອງສາດສະດາຈານ - ປະລິນຍາເອກ ບຸນກອງ ສີຫາວົງ ຢືນຢັນວ່າ ຈະນຳໃຊ້ ເຄື່ອງອຸປະກອນການແພດດັ່ງກ່າວຢ່າງມີປະສິດທິຜົນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ