ລາວເປີດສະຫຼອງໂຮງງານເຫຼັກກ້າໃຫຍ່ກວ່າໝູ່ໃນທົ່ວປະເທດ

ລາວເປີດສະຫຼອງໂຮງງານເຫຼັກກ້າໃຫຍ່ກວ່າໝູ່ໃນທົ່ວປະເທດ - ảnh 1
ພາບ: Khamman Vongxay

(vovworld) – ວັນ​ທີ 1/1, ຢູ່​ນະຄອນຫຼວງ​ວຽງ​ຈັນ ​ໄດ້ຈັດ​ພິທີເປີດ​ສະຫຼອງ​​ໂຮງງານ​ເຫຼັກ​ກ້າ​ໃຫຍ່​ກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ. ໂຮງງານ​ເຫຼັກ​ກ້າຄຳ​ຮຸ່ງ ​ໄຊ​ຈະ​ເລີ​ນ ສາມາດ​ຜະລິດ​ເຫຼັກ​ກ້າ​ໄດ້ 3000​ໂຕນ/​ເດືອນ, ດ້ວຍ​ຍອດ​ຈຳນວນ​ທຶນ 10 ຕື້ USD, ​ໂດຍ​ທ່ານ ຟ້າ​ມວັນ​ຮຸ່ງ, ​ເປັນ​ເຈົ້າ​ຂອງ​ລົງທຶນ. ​​ເມື່ອ​ທຳ​ການ​ເຄື່ອນ​ໄຫວ, ໂຮງງານ​ເຫຼັກ​ກ້າຄຳ​ຮຸ່ງ ​ໄຊ​ຈະ​ເລີ​ນ ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ​ໃຫ້​ຊາວ​ຫວຽດນາມ ​ແລະ ຜູ້​ອອກ​ແຮງ​ງານ​ລາວ​ກວ່າ 200 ຄົນ. ຄາດ​ວ່າ​ໂຮງງານ​ນີ້​ຈະ​ເປີດ​ສາຂາ​ຈຳໜ່າຍ 8 ​ແຫ່ງ​ຢູ່​ວຽງ​ຈັນ ​ແລະ 3 ​ແຂວງ​ທາງ​ພາກ​ເໜືອ, ພາກກາງ ​ແລະ ​ພາກໃຕ້​ຂອງ​ລາວ.
ຂ່າວ/ບົດ​ອື່ນ