ລາວ​ເພີ່ມ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ 14 ປະ​ເທດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ໄດ້​ເຂົ້າ​ເມືອງ​ລາວ

(VOVWORLD) -ຕາມແຜນການເປີດປະຕູ 3 ໄລຍະຂອງ ລາວ ແລ້ວ, ແຂກທ່ອງທ່ຽວຈະມີສິດເດີນທາງໄປມາໃນ 2 ເຂດ ແມ່ນເຂດການທ່ອງທ່ຽວຂຽວ ແລະ ເສັ້ນທາງການທ່ອງທ່ຽວຂຽວ. (Green Travel Trails).
ລາວ​ເພີ່ມ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ 14 ປະ​ເທດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ໄດ້​ເຂົ້າ​ເມືອງ​ລາວ - ảnh 1ພາບປະກອບ: TTXVN

ກົມກົງສູນ, ກະຊວງການຕ່າງປະເທດ ລາວ ຫາກໍ່ເພີ່ມເຕີມບັນຊີລາຍຊື່ພົນລະເມືອງ ຂອງ ບັນດາປະເທດທີ່ມີສິດເຂົ້າເມືອງ ຕາມໂຄງການ “ເຂດທ່ອງທ່ຽວຂຽວ”. ຕາມນັ້ນແລ້ວ, ຈະມີພົນລະເມືອງທີ່ມາຈາກ 14 ປະເທດ ໄດ້ເຂົ້າເມືອງລາວ ຕາມໂຄງການທ່ອງທ່ຽວດັ່ງກ່າວ, ລວມມີ: ບຣູໄນ, ອິນໂດເນເຊຍ, ຟີລິບປິນ, ນອກແວ, ສະວິດ, ແຟງລັງ, ອິດສະລາແອັນ, ອຽກລັງ, ຮຸງກາຣີ, ອົດຕາລິດ, ນິວຊີແລນ, ໂປໂລຍ, ແດນມາກ, ແບນຊິກ.

ກ່ອນໜ້ານັ້ນ, ລາວໄດ້ປະກາດບັນຊີລາຍຊື່ພົນລະເມືອງ 17 ປະເທດ ທີ່ໄດ້ເຂົ້າຮ່ວມປະເທດນີ້ ນັບແຕ່ຕົ້ນປີ 2022, ໃນນັ້ນມີ ຫວຽດນາມ

ຕາມແຜນການເປີດປະຕູ 3 ໄລຍະຂອງ ລາວ ແລ້ວ, ແຂກທ່ອງທ່ຽວຈະມີສິດເດີນທາງໄປມາໃນ 2 ເຂດ ແມ່ນເຂດການທ່ອງທ່ຽວຂຽວ ແລະ ເສັ້ນທາງການທ່ອງທ່ຽວຂຽວ. (Green Travel Trails).

ຕອບກັບ

ຂ່າວ/ບົດ​ອື່ນ