ລາວ​ເລີ່ມທົດ​ລອງ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19

(VOVWORLD) - ລາວຈະຮັບ ແລະ ເລີ່ມຕົ້ນການສັກວັກຊິນກັນພະຍາດໂຄວິດ - 19 ໂດຍ COVAX ໜູນຊ່ວຍໃນເດືອນເມສາ ປີ 2021, ເພື່ອກັນພະຍາດໃຫ້ແກ່ປະຊາກອນທົ່ວປະເທດ ປະມານ 15 – 20 %.
ລາວ​ເລີ່ມທົດ​ລອງ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 - ảnh 1ພາບປະກອບ: Reuters

ພາຍຫຼັງໄດ້ຮັບວັກຊິນ Sinopharm 2000 ໂດຣ ຈາກການໜູນຊ່ວຍຂອງຈີນ, ລາວເລີ່ມຕົ້ນການຜັນຂະຫຍາຍທົດລອງສັກວັກຊິນຄັ້ງທຳອິດ ໃຫ້ແກ່ບັນດາຜູ້ອາສາສະໝັກ, ສ່ວນຫຼາຍແມ່ນບັນດາພະນັກງານການແພດ ທີ່ມີການສຳຜັດກັບຜູ້ຕິດເຊື້ອເປັນປະຈຳ. ກະຊວງສາທາລະນະສຸກລາວໃຫ້ຮູ້ວ່າ ມາຮອດປັດຈຸບັນ, ຍັງບໍ່ທັນມີກໍລະນີໃດທີ່ມີອາການແພ້ວັກຊິນດັ່ງກ່າວ. ລະກໍ່ໃນຊຸມວັນຕົ້ນປີນີ້, ລັດເຊຍໄດ້ໜູນຊ່ວຍວັກຊິນ Spunik V ກັນພະຍາດໂຄວິດ - 19 ຄັ້ງທຳອິດ 500 ໂດຣ ເພື່ອນຳໃຊ້ໃນກໍລະນີສຸກເສີນ.

ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກລາວ ໃຫ້ຮູ້ວ່າ: ລາວໄດ້ຕິດຕໍ່ພົວພັນກັບ ແຫຼ່ງສະໜອງວັກຊິນກັນພະຍາດໂຄວິດ - 19 4 ແຫ່ງ ແລະ ໄດ້ຮັບການໜູນຊ່ວຍຈາກ 3 ແຫຼ່ງລວມມີ: ວັກຊິນ Sinopharm ຂອງຈີນ, ວັກຊິນ Spunik V ຂອງລັດເຊຍ ແລະ ວັກຊິນໂດຍກົນໄກສຳຜັດທົ່ວໂລກວັກຊິນກັນພະຍາດໂຄວິດ - 19 (COVAX) ຈຳໜ່າຍ - ວັກຊິນທັງ 3 ຊະນິດດັ່ງກ່າວລ້ວນແຕ່ໄດ້ຮັບການຮັບຮອງເອົາເພື່ອນຳໃຊ້ໃນກໍລະນີສຸກເສີນຈາກອົງການອະນາໄມໂລກ (WHO).

        ຄາດວ່າ, ລາວຈະຮັບ ແລະ ເລີ່ມຕົ້ນການສັກວັກຊິນກັນພະຍາດໂຄວິດ - 19 ໂດຍ COVAX ໜູນຊ່ວຍໃນເດືອນເມສາ ປີ 2021, ເພື່ອກັນພະຍາດໃຫ້ແກ່ປະຊາກອນທົ່ວປະເທດ ປະມານ 15 – 20 %.

ຕອບກັບ

ຂ່າວ/ບົດ​ອື່ນ