ລາວແລະມາເລເຊຍຮ່ວມມືດ້ານຄົມມະນາຄົມຂົນສົ່ງ

ລາວແລະມາເລເຊຍຮ່ວມມືດ້ານຄົມມະນາຄົມຂົນສົ່ງ - ảnh 1
​ພິ​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊົງ​ຈຳ​ການ​ຮ່ວມ​ມື (MOU) ລະ​ຫວ່າງ​ລາວ ແລະ ມາ​ເລ​ເຊຍ

(vovworld)-​​​ ທີ່​ນະ​ຄອນຫຼວງ ວຽງ​ຈັນ ປະ​ເທດ​ລາວ ຫາ​ກໍ່​​ດຳ​ເນີນ​ພິ​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊົງ​ຈຳ​ການ​ຮ່ວມ​ມື (MOU) ລະ​ຫວ່າງ​ລາວ ແລະ ມາ​ເລ​ເຊຍ ກ່ຽວ​ກັບ​ການສຳຫຼວດ, ອອກ​ແບບ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟຄວາມ​ໄວ​ສູງສະ​ຫວັນ​ນະ​ເຂດ-ລາວ​ບາວ (ຫວຽດ​ນາມ), ດ້ວຍ​ຄວາມ​ຍາວ​ທັງ​ໝົດ​ປະ​ມານ 220 ກິ​ໂລ​ແມດ. ໂຄງ​ການ​ກໍ່​ສ້າງທາງ​ລົດ​ໄຟ​ຄວາມໄວສູງສະ​ຫວັນ​ນະ​ເຂດ-ລາວ​ບາວ ໄດ້ຮັບ​ການ​ລົງ​ນາມ​ເນື່ອງ​ໃນ​ໂອ​ກາດ​ລາວ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊີ- ເອີ​ຣົບ ຄັ້ງ​ທີ 9 (ASEM-9) ໃນ​ທ້າຍ​ປີ 2012. ​ເມື່ອ​ໂຄງ​ການໄດ້​ຮັບ​ການ​ກໍ່​ສ້າງ​ສຳ​ເລັດ, ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ຂະ​ແໜງ​ຄົມ​ມະ​ນາ​ຄົມ​ລາວມີ​ເງື່ອນ​ໄຂ​ສຳ​ພັດກັບ​ບັນ​ດາທ່າ​​ທະ​ເລ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ຄ້າ​ ​ ເຖິງ​ທ່າ ມຸ້ຍ​ຕຸ໋ຍ, ດ່າ​ນັ້ງ ຂອງ​ຫວຽດ​ນາມ, ກໍ່​ຄື​ຊຸກ​ຍູ້​ເຊື່ອມ​ໂຍງ​ດ້ານ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ໃນ​ພາກ​ພື້ນ ອາ​ຊີ​ອີກ​ດ້ວຍ.


ຂ່າວ/ບົດ​ອື່ນ