ລາວ​ໂຈະ​ການ​ຈັດ​ຕັ້ງ 4 ກອງ​ປະ​ຊຸມສຸດຍອດ​​ລະ​ດັ​ບພາກ​ພ​ື້ນ​ຍ້ອນ Covid – 19

(VOVWORLD) -ຕໍ່ໜ້າບັນດາການຜັນແປທີ່ສັບສົນຂອງໂລກລະບາດ Covid – 19 ໃນທົ່ວໂລກ, ລັດຖະບານລາວໄດ້ຕັດສິນໂຈະການຈັດຕັ້ງ 4 ກອງປະຊຸມສຸດຍອດລະດັບພາກພື້ນ ຄາດວ່າຈະດຳເນີນໃນທ້າຍເດືອນນີ້ຢູ່ນະຄອນຫຼວງວຽງຈັນ.

ຕາມນັ້ນແລ້ວ, 4 ກອງປະຊຸມສຸດຍອດລະດັບພາກພື້ນຄາດວ່າຈະດຳເນີນຢູ່ນະຄອນຫຼວງວຽງຈັນເລີ່ມແຕ່ວັນທີ 25 - 27 ມີນາເຊິ່ງລວມມີ: ກອງປະຊຸມສຸດຍອດການຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ ຄັ້ງທີ 3, ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດແມ່ນ້ຳ ອາເຢຢາວາດີ - ແມ່ນ້ຳເຈົ້າພະຍາ - ແມ່ນ້ຳຂອງ (ACMECS) ຄັ້ງທີ 9, ກອງປະຊຸມສຸດຍອດການຮ່ວມມືກຳປູເຈຍ, ລາວ, ມຽມມາ, ຫວຽດນາມ (CLMV) ຄັ້ງທີ 10 ແລະ ກອງປະຊຸມການຮ່ວມມືເຂດສາມລຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 11. ເຖິງຢ່າງໃດກໍ່ຕາມ, ລັດຖະບານລາວໄດ້ປະກາດໂຈະບັນດາກອງປະຊຸມນີ້ຢ່າງເປັນທາງການເພື່ອສຸມກຳລັງໃຫ້ແກ່ວຽກງານສະກັດກັ້ນການແຜ່ລະບາດຂອງ Covid - 19.

ເວິນທຽງ - ດັ້ງຖຸ່ນ, ນັກຂ່າວ VOV ປະຈຳລາວ

ຕອບກັບ

ຂ່າວ/ບົດ​ອື່ນ