ລາວໄຂ ງານບຸນນະມັດສະການພະທາດຫຼວງ ປີ 2014

  ລາວໄຂ ງານບຸນນະມັດສະການພະທາດຫຼວງ ປີ 2014 - ảnh 1
ປະ​ຊາ​ຊົນ​ລາວ​ຈາກ​ທຸກ​ສາ​ລະ​ທິດ​ໄດ້​ພາ​ກັນຫຼັ່ງ​ໄຫຼມາ​ນະ​ຄອ​ນຫຼວງວຽງ​ຈັນ​ເພື່ອ​ເຂົ້າ​ຮ່ວມ​ງານ​ບຸນ​ນະ​ມັດ​ສະ​ການ​ພະ​ທາດຫຼວງ

(vovworld)- ຕອນ​ບ່າຍ​ວັນ​ທີ 31/10, ປະ​ຊາ​ຊົນ​ລາວ​ຈາກ​ທຸກ​ສາ​ລະ​ທິດ​ໄດ້​ພາ​ກັນຫຼັ່ງ​ໄຫຼມາ​ນະ​ຄອ​ນຫຼວງວຽງ​ຈັນ​ເພື່ອ​ເຂົ້າ​ຮ່ວມ​ງານ​ບຸນ​ນະ​ມັດ​ສະ​ການ​ພະ​ທາດຫຼວງ ປີ 2014 ຕາມ​ປະ​ເພ​ນີ​ຂອງ​ຊາດ​ລາວ. ຊາວ​ລາວ​ນັບ​ແສນ​ຄົນ​ໄດ້​ມາ​ສວດ​ມົນ​ພາ​ວະ​ນາ, ຖະ​ຫວາຍ​ເຄື່ອງ​ຂອງ​ບູ​ຊາ ແລະ ໃຕ້​ທຽນ​ອ້້ອມ​ແອ້ມ​ພະ​ທາດຫຼວງ. ເຂົ້າ​ຮ່ວມ ງານ​ບຸນ​ນະ​ມັດ​ສະ​ການ​ພະ​ທາດຫຼວງ ປີ 2014 ມີ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາ​ວ ທອງ​ສິງ​ທຳ​ມະ​ວົງ ພ້ອມ​ກັບ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ຂອງ​ພັກ, ລັດລາວ​ອີກຫຼາຍ​ທ່ານ ແລະ ແຂກ​ສາ​ກົນ. ງານ​ບຸນ​ນະ​ມັດ​ສະ​ການ​ພະ​ທາດຫຼວງ ປີ 2014 ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຮ້ານ​ວາງ​ສະ​ແດງ​ນັບ​ຮ້ອຍ​ຮ້ານ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ທົ່ວ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ​ແຕ່​ວັນ​ທີ 31/10 ຫາ ວັນ​ທີ 6/11. 

ຂ່າວ/ບົດ​ອື່ນ