ລາວໄຂກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກສະພາແຫ່ງຊາດຊຸດທີ8

ລາວໄຂກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກສະພາແຫ່ງຊາດຊຸດທີ8 - ảnh 1
(ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 1 ສະພາ​ແຫ່ງ​ຊາດ​ຊຸດ​ທີ 8
ຂອງ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ)

(vovworld) –  ​ ຕອນ​ເຊົ້າ​ວັນ​ທີ 20/04, ຢູ່​ນະຄອນຫລວງ ວຽງ​ຈັນ, ​ໄດ້ດຳ​ເນີນ​ພິທີ​ໄຂ​ກອງ​ປະຊຸມ​ສະ​ໄໝ​ສາມັນຄັ້ງ​ປະຖົມມະ​ເລີກ ສະພາ​ແຫ່ງ​ຊາດ ລາວ ​ຊຸດ​ທີ 8. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະຫະ​ແຫ່ງ​ຊາດ ລາວ ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງປະຖົມມະ​ເລີກ ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ຂອງ​ລາວ ຈະ​ຕັດສິນ​ໃຈ ​ແລະ ຮັບຮອງ​ເອົາ​ບັນດາ​ບັນຫາ​ສຳຄັນ​ພື້ນຖານ​ຂອງ​ປະ​ເທດຊາດ. ກອງ​ປະຊຸມ​ສະ​ໄໝ​ສາມັນ​ຈະ​ພິຈາລະນາ ​ແລະ ​ໃຫ້​ສັດຕະຍາບັນ​ໂຄງ​ປະກອບ​ບຸກຄະລາ​ກອນ ກໍ່​ຄື​​​ໂຄງ​ປະກອບ​ການຈັດ​ຕັ້ງ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8; ​ເລືອກ​ຕັ້ງ​ປະທານ​ປະ​ເທດ ​ແລະ ຮອງ​ປະທານ​ປະ​ເທດ; ​ເລືອກ​ຕັ້ງ​ນາຍົກລັດຖະມົນຕີ, ບັນດາ​ຮອງ​ນາຍົກລັດຖະມົນຕີ ​ແລະ ຮັບຮອງ​ເອົາ​ໂຄງ​ປະກອບ​ກົງຈັກການ​ຈັດ​ຕັ້ງ​ຂອງ​ລັດຖະບານ; ​ເລືອກ​ຕັ້ງ​ຫົວ​ໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແລະ ປະທານ​ສານ​ປະຊາຊົນ​ສູງ​ສຸດ. ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ນີ້ ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ຂອງ ລາວ ກໍ່​ຈະ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 5 ປີ​ເທື່ອ​ທີ 8, ວິ​ໄສ​ທັດ​ເຖິງ​ປີ 2030, ຍຸດ​ທະ​ສາດ​ແຫ່ງ​ຊາດ​ໃນ​ໄລຍະ 10 ປີ​ຈະ​ມາ​ເຖິງ; ບົດລາຍ​ງານຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ວິ​ໄສ​ທັດ​ເຖິງ​ປີ 2030, ຍຸດ​ທະ​ສາດ​ມຸ່ງ​ໄປ​ເຖິງ​ປີ 2025 ​ແລະ ​ແຜນການ​ສັງ​ລວມ​ໄລຍະ 5 ປີ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ກໍ່​ຄື​ແຜນການ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ການ​ປະກາດ​ໃຊ້ ​ແລະ ປັບປຸງ​ບັນດາ​ກົດໝາຍ​ໃນ​ໄລຍະ 5 ປີ​ຈະ​ມາ​ເຖິງ…​ກອງ​ປະຊຸມ​ສະ​ໄໝ​ສາມັນຄັ້ງ​ນີ້ ກໍ່​ຮັບ​ຟັງ​ບັນດ​ບົດ​ລາຍ​ງານ​ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກ່ຽວ​ກັບ​ໝາກຜົນ​​ແຫ່ງ​ການ​ເລືອກ​ຕັ້ງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ​ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ ​ແລະ ນະຄອນ​.

ຂ່າວ/ບົດ​ອື່ນ