ລາວ​ໄຂ​ກອ​ງະ​ຊຸມ​ສະ​ໄໝ​ສະ​ມັນ​ເມື່ອ​ທີ 7 ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IX

(VOVWORLD) - ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົວວິຫານ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ຈະປຶກສາຫາລື ແລະ ຮັບຮອງເອົາບັນດາເນື້ອໃນສຳຄັນຄື ບົດລາຍງານສັງລວມຂອງນາຍົກລັດຖະມົນຕີ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ.
ລາວ​ໄຂ​ກອ​ງະ​ຊຸມ​ສະ​ໄໝ​ສະ​ມັນ​ເມື່ອ​ທີ 7 ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IX - ảnh 1ທ່ານ ໄຊສົມພອນ ພົມວິຫານ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN )

ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ສະພາແຫ່ງຊາດ ລາວ ຊຸດທີ IX ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 7 ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົວວິຫານ. ເຂົ້າຮ່ວມກອງປະຊຸມ ມີທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສິສຸລິດ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມກັບບັນດາການນຳ, ອະດີດການນຳພັກ, ລັດ ກໍ່ຄືບັນດາສະມາຊິກສະພາແຫ່ງຊາດລາວ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົວວິຫານ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ຈະປຶກສາຫາລື ແລະ ຮັບຮອງເອົາບັນດາເນື້ອໃນສຳຄັນຄື ບົດລາຍງານສັງລວມຂອງນາຍົກລັດຖະມົນຕີ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນການປີການເງິນ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງປະຕິບັດໂຄງການແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ - ການເງິນ…

ຕອບກັບ

ຂ່າວ/ບົດ​ອື່ນ