ວັກ​ຊິນ​ Pfizer ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ​ປະ​ມານ 50 ລ້ານ​ໂດ​ສ ຈະ​ສົ່ງ​ມາ​ຫວຽດ​ນາມ ໃນ​ທ້າຍ​ປີ​ນີ້

(VOVWORLD) -ວັກຊິນກັນພະຍາດໂຄວິດ - 19 ອາດຈະສົ່ງມາຮອດ ຫວຽດນາມ ໃນໄຕມາດທີ 4 ນີ້ ເປັນຈຳນວນຫຼາຍ. ສະເພາະວັກຊິນ Pfizer ແມ່ນແຕ່ 47 – 50 ລ້ານໂດສ.
ວັກ​ຊິນ​ Pfizer ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ​ປະ​ມານ 50 ລ້ານ​ໂດ​ສ ຈະ​ສົ່ງ​ມາ​ຫວຽດ​ນາມ ໃນ​ທ້າຍ​ປີ​ນີ້ - ảnh 1ວັກຊິນ Pfizer (ພາບ: CNN)

ວັນທີ 2 ສິງຫາ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັ່ງລອງ ໃຫ້ຮູ້ວ່າ ວັກຊິນກັນພະຍາດໂຄວິດ - 19 ອາດຈະສົ່ງມາຮອດ ຫວຽດນາມ ໃນໄຕມາດທີ 4 ນີ້ ເປັນຈຳນວນຫຼາຍ. ສະເພາະວັກຊິນ Pfizer ແມ່ນແຕ່ 47 – 50 ລ້ານໂດສ.

        ກະຊວງສາທາລະນະສຸກ ກໍໄດ້ອອກເອກະສານຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຍູ້ໄວຄວາມຄືບໜ້າສັກວັກຊິນກັນພະຍາດໂຄວິດ - 19. ຕາມນັ້ນແລ້ວ, ບັນດາແຂວງ, ນະຄອນ ຕ້ອງສ້າງແຜນການສັກວັກຊິນໃນເວລາໄວທີ່ສຸດເທົ່າທີ່ຈະໄວໄດ້ ແຕ່ກໍຕ້ອງຮັບປະກັນຄວາມປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ