ວັກຊິນ Pfizer ກວ່າ 90.000 ໂດສ ຈະສົ່ງມາຮອດຫວຽດນາມ ໃນວັນທີ 07 ກໍລະກົດ

(VOVWORLD) -ວັກຊິນຂອງ Pfizer/BioNtech ງວດທຳອິດດ້ວຍຈຳນວນປະມານກວ່າ 90.000 ໂດສ ຈະສົ່ງມາຮອດສະໜາມບິນສາກົນ ໂນ້ຍບ່າຍ ໃນຕອນເຊົ້າວັນທີ 07 ກໍລະກົດ.
ວັກຊິນ Pfizer ກວ່າ 90.000 ໂດສ ຈະສົ່ງມາຮອດຫວຽດນາມ ໃນວັນທີ 07 ກໍລະກົດ - ảnh 1ວັກຊິນຂອງ Pfizer
(ພາບ: Reuters)

ວັນທີ 05 ກໍລະກົດ, ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ວັກຊິນຂອງ Pfizer/BioNtech ງວດທຳອິດດ້ວຍຈຳນວນປະມານກວ່າ 90.000 ໂດສ ຈະສົ່ງມາຮອດສະໜາມບິນສາກົນ ໂນ້ຍບ່າຍ ໃນຕອນເຊົ້າວັນທີ 07 ກໍລະກົດ. ຄາດວ່າ, ໃນໄຕມາດທີ 3 ປີ 2021 ນີ້, ຫວຽດນາມ ຈະຮັບວັກຊິນຕື່ມອີກປະມານ 3 ລ້ານໂດສ ແລະ ໃນໄຕມາດທີ 4 ຈະໄດ້ຮັບວັກຊິນ Pfizer/BioNtech ປະມານ 27-28 ລ້ານໂດສ ທີ່ສົ່ງມາຮອດ ຫວຽດນາມ ຕື່ມອີກ.

        ຕາມກະຊວງສາທາລະນະສຸກແລ້ວ, ໃນເດືອນ ກໍລະກົດ ນີ້, ມີວັກຊິນກັນໂຄວິດ-19 ຈະໄດ້ສົ່ງມາຮອດຫວຽດນາມ ປະມານ 8 ລ້ານໂດສ. ຈຳນວນວັກຊິນດັ່ງກ່າວໄດ້ສະໜອງຜ່ານກົນໄກ Covax ແລະ ບັນດາສັນຍາທີ່ໄດ້ລົງນາມແລ້ວ. ມາຮອດປະຈຸບັນ, ມີວັກຊິນປະມານ 105 ລ້ານໂດສ ຈາກບັນດາແຫຼ່ງວັກຊິນທີ່ແຕກຕ່າງກັນໄດ້ໝັ້ນໝາຍຈັດແບ່ງໃຫ້ແກ່ຫວຽດນາມ. ກະຊວງສາທາລະນະສຸກພວມເຈລະຈາເພື່ອຊື້ວັກຊິນ 45 ລ້ານໂດສ ຕື່ມອີກ, ເປົ້າໝາຍແມ່ນບັນລຸ 150 ລ້ານໂດສ ໃນປີ 2021 ນີ້.

        ໃນເຫດການທີ່ກ່ຽວຂ້ອງ, ຕາມຄະນະຄຸ້ມຄອງກອງທຶນວັກຊິນກັນໂຄວິດ-19 ແລ້ວ, ໄລ່ຮອດເວລາ 17 ໂມງຂອງວັນທີ 05 ກໍລະກົດ, ກອງທຶນນີ້ໄດ້ຮັບຈຳນວນເງິນກວ່າ 8.000 ຕື້ດົ່ງ (ລວມມີເງິນຕາຕ່າງປະເທດທີ່ໄດ້ແລກເປັນສະກຸນເງິນດົ່ງ), ໂດຍເກືອບ 362.000 ອົງການຈັດຕັ້ງ, ສ່ວນບຸກຄົນເຂົ້າຮ່ວມປະກອບສ່ວນ.

ຕອບກັບ

ຂ່າວ/ບົດ​ອື່ນ