ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ​ຂອງ Pfizer/BioNtech ກວ່າ 97.000 ໂດ​ສ ງວດ​ທຳ​ອິດ​ໄດ້​ສົ່ງ​ມາ​ຮອ​ດ ຫວຽດ​ນາມ

(VOVWORLD) -        ຕອນເຊົ້າວັນທີ 7 ກໍລະກົດ, ຢູ່ສະໜາມບິນສາກົນ ໂນ້ຍບາຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 Commirnaty ຂອງ Pfizer/BioNtech ລວມທັງໝົດ 97.110 ໂດສ. ນີ້ແມ່ນວັກຊິນງວດທຳອິດ ໃນຍອດຈຳນວນວັກຊິນ Pfizer/BioNtech 31 ລ້ານໂດສ ເຊິ່ງ Pfizer ໄດ້ໃຫ້ຄຳໝັ້ນສັນຍາສະໜອງ ໃຫ້ແກ່ ຫວຽດນາມ ໃນປີ 2021.
ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ​ຂອງ Pfizer/BioNtech ກວ່າ 97.000 ໂດ​ສ ງວດ​ທຳ​ອິດ​ໄດ້​ສົ່ງ​ມາ​ຮອ​ດ ຫວຽດ​ນາມ - ảnh 1ວັກຊິນກັນພະຍາດໂຄວິດ - 19 Commirnaty ຂອງ Pfizer/BioNtech ລວມທັງໝົດ 97.110 ໂດສ ມາຮອດສະໜາມບິນສາກົນ ໂນ້ຍບາຍ ໃນຕອນເຊົ້າວັນທີ 7 ກໍລະກົດ  (ພາບ: ກະຊວງສາທາລະນະສຸກ ຫວຽດນາມ)

ກ່າວຄຳເຫັນທີ່ພິທີມອບ - ຮັບ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງຕໍ່ການໜູນຊ່ວຍຂອງ Pfizer ໃນໄລຍະຜ່ານມາ. ທ່ານຢັ້ງຢືນວ່າ, ການສົ່ງຈຳນວນວັກຊິນດັ່ງກ່າວມາຮອດ ຫວຽດນາມ ໄດ້ເປັນຂີດໝາຍສຳຄັນໃນການຮ່ວມມືລະຫວ່າງສອງຝ່າຍ, ປະກອບສ່ວນເຂົ້າໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19. ພ້ອມກັນນັນ, ທ່ານກໍເນັ້ນໜັກວ່າ ກະຊວງສາທາລະສຸກ ຫວຽດນາມ ມີຄວາມປາດຖະໜາວ່າ Pfizer ຈະຮັບປະກັນຄວາມຄືບໜ້າໃນການສະໜອງວັກຊິນຈຳນວນ 31 ລ້ານໂດສ ຂອງ Pfizer/BioNtech ໃນປີ 2021, ພ້ອມທັງພິຈາລະນາສະໜອງຕື່ມອີກປະມານ 20 ລ້ານໂດສ ແລະ ຖ່າຍທອດເຕັກໂນໂລຢີຜະລິດວັກຊິນໃຫ້ແກ່ ຫວຽດນາມ ໃນໄລຍະຈະມາເຖິງ.

        ສຳລັບຝ່າຍ  Pfizer, ທ່ານ John Paul Pullicino ຜູ້ອຳນວຍການໃຫຍ່ບໍລິສັດ  Pfizer ຈຳກັດ ປະຈຳ ຫວຽດນາມ ຢັ້ງຢືນວ່າ ຄວາມມານະພະຍາຍາມເພື່ອຜະລິດວັກຊິນກັນພະຍາດໂຄວິດ - 19 ແລ້ວສະໜອງໃຫ້ແກ່ປະຊາຊົນ ຫວຽດນາມ ແມ່ນບຸລິມະສິດຂອງ Pfizer ຫວຽດນາມ. Pfizer ມີຄວາມເຊື່ອໝັ້ນຕໍ່ຄວາມສາມາດສະໜອງວັກຊິນ Pfizer ຢ່າງປອດໄພໃຫ້ແກ່ວຽກງານສັກວັກຊິນກັນໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ.

        ຄາດວ່າ ໃນເດືອນກໍລະກົດນີ້ ຈະມີວັກຊິນກັນພະຍາດໂຄວິດ - 19 ງວດຕ່າງໆຂອງ Pfizer ຈະສົ່ງມາຮອດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ