ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ງວດ​ທຳ​ອິດ​ເກືອບ 120.000 ໂດ​ສ ໄດ້​ຂົນ​ສົ່ງ​ມາ​ຮອດ​ສະ​ໜາມ​ບິນ​ເຕິນ​ເຊີນ​ເຍິດ

(VOVWORLD) -ວັກຊິນງວດນີ້ ລວມທັງໝົດ 117.600 ໂດສ ໂດຍ ກຸ່ມບໍລິສັດການຢາ AstraZeneca ສົມທົບກັບ ມະຫາວິທະຍາໄລ Oxford (ລາຊະອານາຈັກອັງກິດ) ຄົ້ນຄວ້າ ແລະ ຜະລິດ.
ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ງວດ​ທຳ​ອິດ​ເກືອບ 120.000 ໂດ​ສ ໄດ້​ຂົນ​ສົ່ງ​ມາ​ຮອດ​ສະ​ໜາມ​ບິນ​ເຕິນ​ເຊີນ​ເຍິດ - ảnh 1  ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ, ຜູ້ຕາງໜ້າສະຖານທູດ ອັງກິດ ປະຈຳ ນະຄອນໂຮ່ຈີມິນ ພ້ອມດ້ວຍຜູ້ຕາງໜ້າບໍລິສັດນຳເຂົ້າວັກຊິນ ຮັບວັກຊິນງວດທຳອິດ (ພາບ: tuoitre.vn)

ຕອນບ່າຍວັນທີ 24 ກຸມພາ, ວັກຊິນກັນພະຍາດໂຄວິດ - 19 ງວດທຳອິດ ໄດ້ຂົນສົ່ງມາຮອດ ຫວຽດນາມ ຜ່ານທ່າອາກາດສະຍານສາກົນ ເຕິນເຊິນເຍິດ. ວັກຊິນງວດນີ້ ລວມທັງໝົດ 117.600 ໂດສ ໂດຍ ກຸ່ມບໍລິສັດການຢາ AstraZeneca ສົມທົບກັບ ມະຫາວິທະຍາໄລ Oxford (ລາຊະອານາຈັກອັງກິດ) ຄົ້ນຄວ້າ ແລະ ຜະລິດ.

         ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ຖືວ່າ ວັກຊິນງວດທຳອິດນີ້ ໄດ້ນຳເຂົ້າມາຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ໄດ້ຢ່າງທັນການ. ເຖິງວ່າ, ທົ່ວປະເທດໄດ້ມານະພະຍາຍາມຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີກໍຕາມ, ແຕ່ເພື່ອປະຕິບັດເປົ້າຍຄວບຄູ ທັງຕ້ານໂລກລະບາດທັງພັດທະນາເສດຖະກິດນັ້ນ ແນ່ນອນວ່າຕ້ອງສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນ ເພື່ອສ້າງລະບົບພູມຕ້ານຕານໃນວົງຄະນະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ