ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫຼາຍກວ່າ 900.000 ໂດ​ສ ມາ​ຮອດ​ສະ​ໜາມ​ບິນ​ເຕີນ​ເຊີນ​ເຍິດ

(VOVWORLD) -ຕອນເຊົ້າວັນທີ 15 ກໍລະກົດ, ຖ້ຽວບິນຂົນສົ່ງວັກຊິນກັນພະຍາດໂຄວິດ - 19 ຈຳນວນ 921.400 ໂດສ ຂອງ AstraZeneca  ຫວຽດນາມ ນຳເຂົ້າ ໄດ້ລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ. 
ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫຼາຍກວ່າ 900.000 ໂດ​ສ ມາ​ຮອດ​ສະ​ໜາມ​ບິນ​ເຕີນ​ເຊີນ​ເຍິດ - ảnh 1ສາງຮັກສາວັກຊິນ (ພາບ:VNVC)

ນີ້ແມ່ນການມອບຮັບວັກຊິນຄັ້ງທີ 4 ແລະ ເປັນຄັ້ງທີ່ມີຈຳນວນຫຼາຍສຸດນັບແຕ່ກ່ອນມາຮອດປັດຈຸບັນຕາມສັນຍາສັ່ງຊື້ວັກຊິນ 30 ລ້ານໂດສ ລະຫວ່າງ AstraZeneca ຫວຽດນາມ ແລະ ບໍລິສັດຫຸ້ນສ່ວນ ວັກຊິນ ຫວຽດນາມ (VNVC), ພາຍໃຕ້ການໜູນຊ່ວຍຂອງກະຊວງສາທາລະນະສຸກ. VNVC ຈະສືບຕໍ່ມອບວັກຊິນຈຳນວນດັ່ງກ່າວໃຫ້ແກ່ກະຊວງສາທາລະນະສຸກຢ່າງວ່ອງໄວ ແລະ ຮັບປະກັນຄຸນນະພາບ ຕາມຫຼັກການບໍ່ເອົາຜົນກຳໄລ ເພື່ອຜັນຂະຫຍາຍການສັກວັກຊິນໃຫ້ແກ່ປະຊາຊົນໄດ້ຢ່າງທັນການ, ພິເສດແມ່ນຢູ່ເຂດເກີດການແຜ່ລະບາດ.   

        ໄລ່ມາຮອດປັດຈຸບັນ, ມີວັນຊິນກັນພະຍາດໂຄວິດ - 19 ຂອງ AstraZeneca ລວມທັງໝົດເກືອບ 6,4 ລ້ານໂດສ ໄດ້ມາຮອດ ຫວຽດນາມ, ເຊິ່ງກວມເອົາ 71% ແຫຼ່ງສະໜອງວັກຊິນກັນພະຍາດໂຄວິດ - 19 ໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ