ວັກຊິນກັນໂຄວິດ-19 ສືບຕໍ່ໄດ້ສົ່ງມາຮອດຫວຽດນາມ

(VOVWORLD) -ນີ້ແມ່ນການສົ່ງວັກຊິນຄັ້ງທີ 3 ໃນສັນຍາຂອງລະບົບສັກວັກຊິນ VNVC ໄດ້ສັ່ງຊື້ກ່ອນວັກຊິນກັນໂຄວິດ-19 ຈຳນວນ 30 ລ້ານໂດສ ຂອງ AstraZeneca ແລະ ມະຫາວິທະຍາໄລ Oxford.
ວັກຊິນກັນໂຄວິດ-19 ສືບຕໍ່ໄດ້ສົ່ງມາຮອດຫວຽດນາມ - ảnh 1ວັກຊິນກັນໂຄວິດ-19 ຈຳນວນ 580.000 ໂດສ ສືບຕໍ່ໄດ້ສົ່ງມາຮອດຫວຽດນາມ
(ພາບ: tienphong.vn)

ວັກຊິນກັນໂຄວິດ-19 ຈຳນວນ 580.000 ໂດສ ຂອງ AstraZeneca ຫາກໍ່ສົ່ງມາຮອດນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 09 ກໍລະກົດ ເພື່ອໜູນຊ່ວຍໂດຍດ່ວນໃຫ້ແກ່ການແຜ່ລະບາດຮອບທີ 4 ຢູ່ຫວຽດນາມ. ທ່ານ ໂງຈິຢຸງ, ປະທານສະພາບໍລິຫານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນວັກຊິນຫວຽດນາມ (VNVC) ໃຫ້ຮູ້ວ່າ: ນີ້ແມ່ນການສົ່ງວັກຊິນຄັ້ງທີ 3 ໃນສັນຍາຂອງລະບົບສັກວັກຊິນ VNVC ໄດ້ສັ່ງຊື້ກ່ອນວັກຊິນກັນໂຄວິດ-19 ຈຳນວນ 30 ລ້ານໂດສ ຂອງ AstraZeneca ແລະ ມະຫາວິທະຍາໄລ Oxford. ຫວຽດນາມ ແມ່ນປະເທດທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບວັກຊິນປະເພດນີ້. ມາຮອດປະຈຸບັນ, ມີວັກຊິນກັນໂຄວິດ-19 ຈຳນວນກວ່າ 5,7 ລ້ານໂດສ ຂອງ AstraZeneca ໄດ້ສົ່ງມາຫວຽດນາມ ຜ່ານສັນຍາຊື້ກ່ອນ.

        ແລະກໍ່ໃນວັນດຽວກັນ, ບໍລິສັດການບິນ All Nippon Airways ໄດ້ຂົນສົ່ງງວດວັກຊິນກັນໂຄວິດ-19 ຈຳນວນ 600.000 ໂດສຂອງ AstraZeneca ໂດຍ ຍີ່ປຸ່ນ ຊ່ວຍເຫຼືອຫຼ້າກໍ່ໄດ້ລົງຈອດຢູ່ສະໜາມບິນສາກົນ ເຕີນເຊີນເຍິດ ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ