ວັກ​ຊີ​ນປ້ອງ​ກັນ​ການ​ຕິດ​ເຊື້ອ​ໂຄ​ວິດ - 19 ຂອງ ອົດ​ສະ​ຕາ​ລີ ​ໃຫ້ໝາກຜົນ​ເປັນໜ້າຊື່ນຊົມ​ເມື່ອ​ທົດ​ລອງ​ໃນ​ສັດ

(VOVWORLD) -ວັນທີ 29 ເມສາ, ບັນດານັກຄົ້ນຄວ້າຢູ່ມະຫາວິທະຍາໄລ Queensland ຂອງ ອົດສະຕາລີ ໃຫ້ຮູ້ວ່າ ໝາກຜົນຂອງການທົດລອງໃນເບື້ອງຕົ້ນຂອງ ວັກຊີນປ້ອງກັນການຕິດເຊື້ອໂຄວິດ - 19 ມີຄວາມເປັນໄປໄດ້ສູງພໍສົມຄວນ ເມື່ອສັດໂຕທົດລອງ ສາມາດຍົກສູງພູມຕ້ານທານ ແລະ ມີຄວາມສາມາດກໍາຈັດເຊື້ອໄວຣັດ SAR – CoV - 2 ໄດ້.
ວັກ​ຊີ​ນປ້ອງ​ກັນ​ການ​ຕິດ​ເຊື້ອ​ໂຄ​ວິດ - 19 ຂອງ ອົດ​ສະ​ຕາ​ລີ ​ໃຫ້ໝາກຜົນ​ເປັນໜ້າຊື່ນຊົມ​ເມື່ອ​ທົດ​ລອງ​ໃນ​ສັດ - ảnh 1 ລະບົບຜະລິດວັກຊີນຂອງບໍລິສັດ CSLຢູ່  Melbourne, ອົດສະຕາລີ (ພາບ: AFP/TTXVN)

ສາດສະດາຈານ Paul Young ຫົວໜ້າຮ່ວມຂອງກຸ່ມປະຕິບັດງານໂຄງການຄົ້ນຄວ້າວັກຊີນ ໃຫ້ຂໍ້ສັງເກດວ່າ: ໝາກຜົນໃນເບື້ອງຕົ້ນນີ້ ໄດ້ຢັ້ງຢືນໃຫ້ເຫັນປະສິດທິຜົນຂອງວັກຊີນ.

        ໃນຂະນະນັ້ນ, ສາດສະດາຈານ  Kanta Subbarao ສັງກັດສະຖາບັນ Doherty, ເຊິ່ງເປັນຫົວໜ່ວຍທໍາອິດໄດ້ຟື້ນຟູເຊື້ອໄວຣັດ SARS-CoV-2 ຢ່າງສໍາເລັດຜົນໃນຫ້ອງທົດລອງ ຢູ່ນອກດິນແດນຈີນ ໄດ້ຢືນຢັນວ່າ ນີ້ແມ່ນການສຶກສາຄົ້ນຄວ້າທີ່ສໍາຄັນທີ່ສຸດ ເພາະວ່າ ຜົນພາຍຫຼັງຕໍ່ພູມຕ້ານທານ ກັບເຊື້ອໄວຣັດ SARS-CoV-2 ໃນສັດ ຈະເກີດຂຶ້ນຄ້າຍຄືກັນ ຄືກັບຄົນ ຊ່ວຍຮ່າງກາຍມີຄວາມສາມາດປ້ອງກັນຕົວ ໃຫ້ພົ້ນຈາກການແຊກຊຶມຂອງເຊື້ອໄວຣັດ. ຄາດວ່າ ບັນດາໝາກຜົນສຸດທ້າຍຈາກບັນດາການວິໄຈໃນເບື້ອງຕົ້ນຈະຖືກປະກາດໃນຕົ້ນເດືອນ ມິຖຸຸນາ ກ່ອນທີ່ວັກຊີນ ຖືກນໍາເຂົ້າທົດລອງຂອງຄົນຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ