ວິກິດການການເມືອງຢູ່ໄທກ້າວເຂົ້າສູ່ມື້ທີ17

ວິກິດການການເມືອງຢູ່ໄທກ້າວເຂົ້າສູ່ມື້ທີ17 - ảnh 1
ເຊິ່ງທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວ ຍິງຣັກ ຊິນນະ​ວັດ
(ພາບ: AP)


(vovworld) – ​​ຮອດ​ 6 ​ໂມງ​ຕອນ​ເຊົ້າ​ວັນ​ທີ 11/12, ຕາມ​ເວລາ ຫວຽດນາມ, ການ​ແຫ່​ຂະ​ບວນປະ​ມ້ວງ​ໄດ້​ດຳ​ເນີນ​ຢູ່​ນະຄອນຫຼວງ ບັງ​ກອກ, ປະ​ເທດ​ໄທ ຕະຫຼອດ​ຄືນ. ຫົວໜ້າ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ, ທ່ານອະດີດ​ຮອງ​ນາຍົກລັດຖະມົນຕີ ສຸ​ເທບ ​ເທືອ​ກສຸບັນ, ​ໄດ້​ຖະ​ແຫຼ​ງ​ວ່າເສັ້ນທາງ​ໜຶ່ງ​ດຽວ​ເຊິ່ງທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວ ຍິງຣັກ ຊິນນະ​ວັດ ຕ້ອງ​ປະຕິບັດ​ໃນ 3 ວັນ​ຈະ​ມາ​ເຖິງ​ແມ່ນ​ລາ​ອອກ​ຈາກ​ຕຳ​ແໜ່​ງ, ຮອດ​ເວລາ​ນັ້ນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຈຶ່ງ​ຍຸບ​ເລີກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ນາງ​ນາຍົກລັດຖະມົນຕີ ຍິງຣັກ ຖະ​ແຫຼ​ງວ່າ: ຕາມ​ລັດຖະທຳ​ມະນູນ​ທີ່​ພວມ​ປະກາດ​ໃຊ້​ໃນ​ປະຈຸ​ບັນ ​​ເຊິ່ງກຳນົດ​ໃນ​ມາ​ດຕາ 181, ພາຍຫຼັງ​ຍຸບ​ເລີກ​ສະພາຜູ້​ແທນ​ລາດ​ຊະ​ດອນ, ທ່ານ​ນາງ​ຕ້ອງ​ປະຕິ​ບັດ​ພັນທະ​ແມ່ນ​ນາຍົກລັດຖະມົນຕີຊົ່ວຍາວ, ພ້ອມ​ກັບ​ຄະນະ​ກຳມະການ​ເລືອກ​ຕັ້ງ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 2/2/2014 ຄື​ດຳລັດ​ທີ່​ພະ​ບາດ​ສັມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ​​ໄດ້ຮັບຮອ​ງ​ເອົາ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ມີ​ນັກຮຽນ​ຮູ້​ຫຼາຍ​ທ່ານ​ຂອງ​ປະ​ເທດ​ນີ້​ໄດ້​​ໄຈ້​ແຍກສະພາບ​ການ​ໂດຍອີງ​ໃສ່​ລັດຖະທຳ​ມະນູນ ພວມ​ປະກາດ​ໃຊ້ເຫັນ​ວ່າ: ​ເລື່ອງ​ຍຸບ​ເລີກ​ສະພາ​ຜູ້​ແທນ​ລາດ​ຊະ​ດອນ ​ແລະ ນາຍົກລັດຖະມົນຕີລາອອກຈາກ​ຕຳ​ແໜ່​ງ​ແມ່ນ​ລະ​ເມີດ​ກັບ​ລັດຖະທຳ​ມະນູນ​ທີ່​ພວມ​ປະກາດ​ໃຊ້.

    ລັດຖະທຳ​ມະນູນ​ປະຈຸ​ບັນ​ຂອງ ​ໄທ ​ແມ່ນ​ລັດຖະທຳ​ມະນູນ​ທີ 18, ​ໄດ້​ຮັບ​ການ​ສ້າງ​ຕັ້ງ​​ເມື່ອປີ 2007 ພາຍຫຼັງ​ການ​ລັດຖະປະຫານ​ດ້ານການ​ທະຫານ​ປີ 2006.

 

ຂ່າວ/ບົດ​ອື່ນ