ວິກິດການຄ່າໃຊ້ຈ່າຍໃນການດຳລົງຊີວິດແມ່ນຄວາມສ່ຽງອັນໃຫຍ່ຫຼວງນາບຂູ່ທົ່ວໂລກ

(VOVWORLD) - ທ່ານ Saadia Zahidi ຜູ້ອຳນວຍການ WEF ໄດ້ໃຫ້ຂໍ້ສັງເກດວ່າ, ພະລັງງານ, ສະບຽງອາຫານ, ໜີ້ສາທາລະນະ ແລະ ໄພພິບັດທຳມະຊາດ ແມ່ນບັນດາປັດໄຈເຫັນໄດ້ງ່າຍສຸດໃນກຸ່ມຄວາມສ່ຽງໄລຍະສັ້ນ
ວິກິດການຄ່າໃຊ້ຈ່າຍໃນການດຳລົງຊີວິດແມ່ນຄວາມສ່ຽງອັນໃຫຍ່ຫຼວງນາບຂູ່ທົ່ວໂລກ - ảnh 1(ພາບປະກອບຈາກ ສຳນັກຂ່າວສານຊິນຮວາ/TTXVN)

ວິກິດການຄ່າໃຊ້ຈ່າຍໃນການດຳລົງຊີວິດແມ່ນຄວາມສ່ຽງທົ່ວໂລກໃຫຍ່ທີ່ສຸດໃນ 2 ປີຈະມາເຖິງ. ຕາມໝາກຜົນການຄົ້ນຄ້ວາໂດຍເວທີປາໄສເສດຖະກິດໂລກ (WEF) ປະຕິບັດ ແລະ ປະກາດໃນວັນທີ 11 ມັງກອນ, ວິກິດການຄ່າໃຊ້ຈ່າຍໃນການດຳລົງຊີວິດແມ່ນຄວາມສ່ຽງໄລຍະສັ້ນໃຫຍ່ຫຼວງທີ່ສຸດແຕ່ນີ້ຮອດປີ 2025, ຈາກນັ້ນແມ່ນໄພພິບັດທຳມະຊາດ, ບັນດາສະພາບອາກາດຮ້າຍແຮງ ແລະ ການປະທະກັນດ້ານເສດຖະກິດ - ການເມືອງ. ທ່ານ Saadia Zahidi ຜູ້ອຳນວຍການ WEF ໄດ້ໃຫ້ຂໍ້ສັງເກດວ່າ, ພະລັງງານ, ສະບຽງອາຫານ, ໜີ້ສາທາລະນະ ແລະ ໄພພິບັດທຳມະຊາດ ແມ່ນບັນດາປັດໄຈເຫັນໄດ້ງ່າຍສຸດໃນກຸ່ມຄວາມສ່ຽງໄລຍະສັ້ນ. ນີ້ເຄີຍແມ່ນບັນດາປັດໄຈມັກຖືກກະທົບໄດ້ງ່າຍ ແລະ ໃນສະພາບເກີດວິກິດການຫຼາຍຊັ້ນຫຼາຍຫຼືບ, ກຸ່ມທີ່ຖືກກະທົບຈະງ່າຍ ແລະ ໄວທີ່ສຸດເປີດກ້ວາງອອກບໍ່ວ່າຈະແມ່ນປະເທດຮັ່ງມີ ຫຼື ທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ