ວິກິດການຢູ່ Haiti: ການໃຊ້ຄວາມຮຸນແຮງ ແລະ ໄພອຶດຫິວໄດ້ເພີ່ມຂຶ້ນລະດັບສູງແບບບໍ່ເຄີຍມີມາກ່ອນ

(VOVWORLD) - ມີເກືອບ 5 ລ້ານຄົນໃນຈຳນວນປະຊາຊົນທັງໝົດ 11,5 ລ້ານຄົນຂອງປະເທດນີ້ ຕ້ອງປະເຊີນໜ້າກັບສະພາບຂາດຄວາມສະຖຽນລະພາບດ້ານສະບຽງອາການ, ມີປະຊາຊົນກວ່າ 1,6 ລ້ານຄົນໃນຈຳນວນນີ້ພວມຕົກຢູ່ໃນສະພາວະສຸກເສີນ.
ວິກິດການຢູ່ Haiti: ການໃຊ້ຄວາມຮຸນແຮງ ແລະ ໄພອຶດຫິວໄດ້ເພີ່ມຂຶ້ນລະດັບສູງແບບບໍ່ເຄີຍມີມາກ່ອນ - ảnh 1ນັບມື້ນັບມີປະຊາຊົນຫຼາຍຄົນຂອງ Haiti ໄປໜີການໃຊ້ຄວາມຮຸນແຮງ
(ພາບປະກອບ: AFP/TTXVN)

        ວັນທີ 22 ມີນາ, ນະຄອນຫຼວງ Port-au-Prince ຂອງ Haiti ສືບຕໍ່ຕົກໃນສະພາບການໃຊ້ຄວາມຮຸນແຮງຢູ່ລະດັບທີ່ບໍ່ເຄີຍມີມາກ່ອນ. ຕອນເຊົ້າ (ຕາມເວລາທ້ອງຖິ່ນ), ປະຊາຊົນສືບຕໍ່ເຫັນຊາກສົບຄົນກະແຈກກະຈາຍຢູ່ຕາມຖະໜົນ, ມີຫຼາຍຊາກສົບຖືກເຜົາ.

        ໃນວັນດຽວກັນ, ອົງການອາຫານໂລກ (WFP) ໄດ້ກ່າວເຕືອນສະພາບຂາດຄວາມໝັ້ນຄົງດ້ານສະບຽງອາຫານຢູ່ Haiti ແມ່ນຂຶ້ນລະດັບທີ່ບໍ່ເຄີຍມີມາກ່ອນ, ໃນຂະນະທີ່ ມີເກືອບ 5 ລ້ານຄົນໃນຈຳນວນປະຊາຊົນທັງໝົດ 11,5 ລ້ານຄົນຂອງປະເທດນີ້ ຕ້ອງປະເຊີນໜ້າກັບສະພາບຂາດຄວາມສະຖຽນລະພາບດ້ານສະບຽງອາການ, ມີປະຊາຊົນກວ່າ 1,6 ລ້ານຄົນໃນຈຳນວນນີ້ພວມຕົກຢູ່ໃນສະພາວະສຸກເສີນ.

        ໃນຂະນະນັ້ນ, ນັບມື້ນັບມີປະຊາຊົນຫຼາຍຄົນຂອງ Haiti ໄປໜີການໃຊ້ຄວາມຮຸນແຮງ ຖືກບັນດາປະເທດບ້ານໃກ້ເຮືອນຄຽງກັກຕົວໄວ້ຍ້ອນອົບພະຍົບຢ່າງຜິດກົດໝາຍ ແລະ ສົ່ງກັບຄືນບ້ານເກີດເມືອງນອນ.

ຕອບກັບ

ຂ່າວ/ບົດ​ອື່ນ