ວິກິດການຢູ່ Haiti: ນາຍົກລັດຖະມົນຕີ A.Henry ລາອອກຈາກຕຳແໜ່ງ

(VOVWORLD) - ແຈ້ງການລາອອກຈາກຕຳແໜ່ງຂອງທ່ານນາຍົກລັດຖະມົນຕີ Ariel Henry ໄດ້ຍົກອອກມາໃນຂະນະທີ່ບັນດາການນຳພາກພື້ນດຳເນີນການປະຊຸມດ່ວນຢູ່ Jamaica ເພື່ອປຶກສາຫາລືມາດຕະການແກ້ໄຂສະພາບການຂາດສະຖຽນລະພາຍຢູ່ Haiti.
ວິກິດການຢູ່ Haiti: ນາຍົກລັດຖະມົນຕີ A.Henry ລາອອກຈາກຕຳແໜ່ງ - ảnh 1ທ່ານນາຍົກລັດຖະມົນຕີ Haiti Ariel Henry
(ພາບ:AFP/Getty)

ຕອນເຊົ້າວັນທີ 12 ມີນາ, ປະທານປະຊາຄົມ Caribe (CARICOM) ໄດ້ຢັ້ງຢືນວ່າ: ທ່ານນາຍົກລັດຖະມົນຕີ Haiti Ariel Henry ໄດ້ລາອອກຈາກຕຳແໜ່ງ ດ້ວຍຖານະເປັນຜູ້ນຳລັດຖະບານຂອງປະເທດເກາະ Caribe ນີ້. ທ່ານ Henry ໄດ້ມີໜ້າດຳລົງຕຳແໜ່ງນີ້ນັບແຕ່ທ່ານປະທານາທິບໍດີ Jovenel Moise ຖືກລອບສັງຫານໃນປີ 2021. ຕາມເຈົ້າໜ້າທີ່ທ່ານໜຶ່ງຂອງ ອາເມລິກາ ແລ້ວ, ວັນທີ 11 ມີນາ , ທ່ານ Ariel Henry ໄດ້ຢູ່ເຂດດິນແດນ Puerto Rico, ຂອງ ອາເມລິກາ ແລ້ວ, ຍ້ອນບໍ່ສາມາດກັບເມືອ Haiti ພາຍຫຼັງການຢ້ຽມຢາມ Kenya ເພື່ອແນໃສ່ຊອກຫາການໜູນຊ່ວຍໃນຂະນະທີ່ສະພາບວຸ້ນວາຍເກີດຂຶ້ນ. ແຈ້ງການລາອອກຈາກຕຳແໜ່ງຂອງທ່ານນາຍົກລັດຖະມົນຕີ Ariel Henry ໄດ້ຍົກອອກມາໃນຂະນະທີ່ບັນດາການນຳພາກພື້ນດຳເນີນການປະຊຸມດ່ວນຢູ່ Jamaica ເພື່ອປຶກສາຫາລືມາດຕະການແກ້ໄຂສະພາບການຂາດສະຖຽນລະພາຍຢູ່ Haiti. ນອກຈາກ ການນຳບັນດາປະເທດ CARICOM ແລ້ວ, ກອງປະຊຸມຍັງມີການເຂົ້າຮ່ວມຂອງຄະນະປະຕິບັດງານພິເສດມາຈາກ ອາເມລິກາ, ການາດາ, ຝລັ່ງ ແລະ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ