ວັງ Kremlin ຍົກອອກເງື່ອນໄຂຫັນການພົວພັນກັບອາເມລິກາເປັນປົກກະຕິ

(VOVWORLD) -ວັນທີ 31 ກໍລະກົດ, ທ່ານ Dmitry Peskov, ເລຂາດ້ານການຂ່າວຂອງປະທານາທິບໍດີລັດເຊຍ ໄດ້ຊີ້ແຈ້ງວ່າ

ວັງ Kremlin ຍົກອອກເງື່ອນໄຂຫັນການພົວພັນກັບອາເມລິກາເປັນປົກກະຕິ - ảnh 1ລັດຖະມົນຕີການຕ່າງປະເທດລັດເຊຍ - ອາເມລິກາ

(ພາບປະກອບ: AFP/TTXVN)

ເພື່ອຫັນການພົວພັນລັດເຊຍ - ອາເມລິກາ ເປັນປົກກະຕິ, ຄວາມຈຳເປັນແມ່ນສະແດງໃຫ້ເຫັນເຈດຈຳນົງດ້ານການເມືອງ, ປັບປຸງການພົວພັນ ແລະ ປະລະບັນດາກົນອຸບາຍບິບບັງຄັບລົງໂທດ. ເມື່ອເຕື້ອງເຖິງບັນຫາກ່ຽວກັບຂໍ້ຕົກລົງຮຽກຮ້ອງອາເມລິກາ ຖອນພາລະກອນການທູດ 755 ຄົນປະຈຳລັດເຊຍ, ທ່ານ Peskov ໃຫ້ຮູ້ວ່າ, ຂໍ້ຕົກລົງຖອນ ຫຼື ໃຫ້ພາລະກອນຜູ້ໃດປະຈຳແມ່ນຂຶ້ນກັບສິດຂອງວໍຊິງຕັນ. ເລື່ອງຮຽກຮ້ອງໃຫ້ວໍຊິງຕັນ ຖອນພາລະກອນແມ່ນໜຶ່ງໃນບັນດາມາດຕະການໂຕ້ຕອບເລື່ອງສະພາແຫ່ງຊາດອາເມລິກາ ຮັບຮອງເອົາບັນດາມາດຕະການລົງໂທດຕ້ານລັດເຊຍ.

        ແລະກໍໃນວັນດຽວກັນ, ສະຖານທູດອາເມລິກາ ປະຈຳມົດສະກູ ກ່າວຫາເຈົ້າໜ້າທີ່ລັດເຊຍ ຫ້າມບັນດາພາລະກອນສະຖານທູດອາເມລິກາ ມາເຂດເຮືອນໜຶ່ງຢູ່ຊານນະຄອນມົດສະກູ, ເຊິ່ງແມ່ນແຫ່ງສະຖານທູດອາເມລິກາ ເຊົ່າເພື່ອຮັບໃຊ້ການເຄື່ອນໄຫວບັນເທິງຂອງບັນດາພາລະກອນ. ໃນທັນທີ, ກະຊວງການຕ່າງປະເທດລັດເຊຍ ເອີ້ນການກ່າວຫາຂອງຝ່າຍອາເມລິກາ ແມ່ນການກະທຳເກາະຜິດ. ກ່ອນໜ້ານັ້ນ, ວົງການເຈົ້າໜ້າທີ່ລັດເຊຍ ໄດ້ອະນຸດຍາດໃຫ້ບັນດາພາລະກອນສະຖານທູດອາເມລິກາ ເຂົ້າເຂດເຮືອນດັ່ງກ່າວຮອດຕອນທ່ຽງວັນທີ 01 ສິງຫາ ເພື່ອເກັບມ້ຽນເຄື່ອງໃຊ້ສ່ວນຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ