ວັງ Kremlin ຍົກອອກເງື່ອນໄຂເພື່ອຈັດຕັ້ງການພົບປະສຸດຍອດລະຫວ່າງ ລັດເຊຍ - ຢູແກຼນ

(VOVWORLD) -ການພົບປະອາດຈະດຳເນີນໄປກໍ່ຕໍ່ເມື່ອ 2 ຝ່າຍເປັນເອກະພາບໃນເອກະສານສະບັບໜຶ່ງ.
ວັງ Kremlin ຍົກອອກເງື່ອນໄຂເພື່ອຈັດຕັ້ງການພົບປະສຸດຍອດລະຫວ່າງ ລັດເຊຍ - ຢູແກຼນ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ຢູແກຼນທ່ານ Volodymyr Zelensky
(ພາບ: AFP/TTXVN)

ວັນທີ 05 ເມສາ, ໂຄສົກວັງ Kremlin ທ່ານ Dmitry Peskov ໃຫ້ຮູ້ວ່າ, ລັດເຊຍ ບໍ່ປະຕິເສດກຳລະນີຈັດກອງປະຊຸມສຸດຍອດລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ຢູແກຼນທ່ານ Volodymyr Zelensky, ແຕ່ກໍ່ຢືນຢັນວ່າ ການພົບປະອາດຈະດຳເນີນໄປກໍ່ຕໍ່ເມື່ອ 2 ຝ່າຍເປັນເອກະພາບໃນເອກະສານສະບັບໜຶ່ງ. ທ່ານ Peskov ກໍ່ປະຕິເສດການຕີລາຄາກ່ຽວກັບລະດັບຄວາມຄືບໜ້າຂອງການເຈລະຈາ.

        ກ່ອນໜ້ານັ້ນໃນວັນດຽວກັນ, ສຳນັກຂ່າວສານ Interfax ໄດ້ຄັດຄຳເວົ້າຂອງ ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ ໂດຍໃຫ້ຮູ້ວ່າ ປະເທດນີ້ ແລະ ຢູແກຼນ ພວມສືບຕໍ່ດຳເນີນການເຈລະຈາຢ່າງເລິກເຊິ່ງກວ້າງຂວາງແບບທາງໄກ. ແລະໃນວັນດຽວກັນ, ທ່ານປະທານາທິບໍດີ ຢູແກຼນ Zelensky ເນັ້ນໜັກວ່າ Kiev ແລະ ມົດສະກູ ຈະບໍ່ສາມາດເປັນເອກະພາບທຸກທັດສະນະໃນພາບດຽວໄດ້, ແຕ່ຕ້ອງແກ້ໄຂສິ່ງທີ່ບໍ່ລົງລອຍກັນກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ