ວັງ Kremlin ປະຕິເສດຂໍ້ກ່ຽວຂ້ອງລະຫວ່າງເຫດທົດລອງລູກສອນໄຟ ກັບການຢ້ຽມຢາມລັດເຊຍ ຂອງການນໍາ ສປປ.ເກົາຫຼີ

(VOVWORLD) -ວັນທີ 6 ພຶດສະພາ, ທ່ານໂຄສົກວັງ Kremlin Dmistry Peskov ເນັ້ນໜັກວ່າ ເລື່ອງກ່າວຫາເຫດທົດລອງລູກສອນໄຟຫວ່າງມໍ່່ໆມານີ້ ຂອງ ສປປ.ເກົາຫຼີ ກັບການຢ້ຽມຢາມ ລັດເຊຍ ຂອງການນໍາ ສປປ.ເກົາຫຼີ Kim Jong-un ແມ່ນມີສ່ວນກ່ຽວຂ້ອງກັນນັ້ນ ແມ່ນຄວາມຜິດພາດ.
ວັງ Kremlin ປະຕິເສດຂໍ້ກ່ຽວຂ້ອງລະຫວ່າງເຫດທົດລອງລູກສອນໄຟ ກັບການຢ້ຽມຢາມລັດເຊຍ ຂອງການນໍາ ສປປ.ເກົາຫຼີ - ảnh 1ທ່ານໂຄສົກວັງ Kremlin Dmistry Peskov (ພາບ:TTXVN) 

ວັນທີ 6 ພຶດສະພາ, ທ່ານໂຄສົກວັງ Kremlin Dmistry Peskov ເນັ້ນໜັກວ່າ ເລື່ອງກ່າວຫາເຫດທົດລອງລູກສອນໄຟຫວ່າງມໍ່່ໆມານີ້ ຂອງ ສປປ.ເກົາຫຼີ ກັບການຢ້ຽມຢາມ ລັດເຊຍ ຂອງການນໍາ ສປປ.ເກົາຫຼີ Kim Jong-un ແມ່ນມີສ່ວນກ່ຽວຂ້ອງກັນນັ້ນ ແມ່ນຄວາມຜິດພາດ.  ເມື່ອສະແດງຄວາມຄິດເຫັນຕໍ່ຄໍາກ່າວປາໄສຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ກ່ຽວກັບ ຄວາມກ່ຽວຂ້ອງລະຫວ່າງການຢ້ຽມຢາມ ລັດເຊຍ ຂອງການນໍາ ສປປ.ເກົາຫຼີ Kim Jong-un ກັບເລື່ອງ ພຽງຢາງ ຈັດການທົດລອງລູກສອນໄຟນໍາວິຖີຍຸດທະສາດປະເພດໃໝ່ ພາຍຫຼັງການພົບປະສຸດຍອດ ລະຫວ່າງ ລັດເຊຍ - ສປປ.ເກົາຫຼີ ພຽງ 9 ວັນນັ້ນ ທ່ານ Dmistry Peskov ຢັ້ງຢືນວ່າ: “ເລື່ອງຍົກອອກສາຍກ່ຽວພັນຄືດັ່ງກ່າວ ແມ່ນຜິດພາດຢ່າງສິ້ນເຊີງ”.

        ແລະກໍໃນວັນດຽວກັນ, ທ່ານ Mikhail Ulyanov ຜູ້ຕາງໜ້າລັດເຊຍ ປະຈໍາບັນດາອົງການຈັດຕັ້ງສາກົນ ຢູ່ ວຽນນາ, ປະເທດໂອຕາລິດ ໃຫ້ຮູ້ວ່າ ເລື່ອງ ອາເມລິກາ ບໍ່ເຕັມໃຈຫຼຸດຜ່ອນບັນດາຄໍາສັ່ງລົງໂທດ ສໍາລັບ ສປປ.ເກົາຫຼີ ໄດ້ເຮັດໃຫ້ຂະບວນວິວັດແກ້ໄຂວິກິດການໃນແຫຼມເກົາຫຼີ ຊັກຊ້າລົງ.


ຕອບກັບ

ຂ່າວ/ບົດ​ອື່ນ