ວັງ Kremlin ປະຕິເສດຄຳກ່າວຫາຂອງອັງກິດໃນເຫດອະດີດນັກສືບລັດເຊຍຖືກວາງຢາເບື່ອ

(VOVWORLD) -ວັນທີ 06 ກັນຍາ, ວັງ Kremlin ໄດ້ປະຕິເສດຄຳກ່າວຫາຂອງອັງກິດ ທີ່ວ່າ, ລັດເຊຍ ດ້ວຍວິທີໃດໜຶ່ງນັ້ນ ໄດ້ມີສ່ວນກ່ຽວຂ້ອງເຖິງເຫດວາງຢາເບື່ອອະດີດນັກສືບຊາວລັດເຊຍ Sergei Skripal ແລະ ລູກສາວຂອງເພິ່ນ, ຖືວ່າ, ເລື່ອງ ອັງກິດ ກ່າວຫາວ່ານີ້ ແມ່ນການວາງຢາເບື່ອເຊິ່ງວົງການເຂົ້າໜ້າທີ່ຂັ້ນສູງລັດເຊຍ ເຫັນດີແມ່ນ “ບໍ່ອາດຍອມຮັບໄດ້”.

ວັງ Kremlin ປະຕິເສດຄຳກ່າວຫາຂອງອັງກິດໃນເຫດອະດີດນັກສືບລັດເຊຍຖືກວາງຢາເບື່ອ - ảnh 1

 ອະດີດນັກສືບຊາວລັດເຊຍ Sergei Skripal ແລະ ລູກສາວຂອງເພິ່ນ,

(ພາບປະກອບ: AFP TTXVN)

ກ່າວຄຳເຫັນຕໍ່ນັກຂ່າວ, ທ່ານ Dmitry Peskov, ໂຄສົກວັງ Kremlin ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າຖະແຫຼງອີກຄັ້ງໜຶ່ງວ່າ, ບໍ່ມີວົງການເຈົ້າໜ້າທີ່ຂັ້ນສູງ, ຂັ້ນຕ່ຳກວ່າ ຫຼື ບໍ່ວ່າຜູ້ຕາງໜ້າເປັນທາງການໃດ ໄດ້ ແລະ ພວມກ່ຽວຂ້ອງເຖິງເຫດການຢູ່ Salisbury. ທຸກຂໍ້ສະເໜີຕາມທິດດັ່ງກ່າວ ຫຼື ບັນດາຄຳກ່າວຫາ, ພວກເຮົາຂໍຢ້ຳຄືນໃໝ່ວ່າ ບໍ່ສາມາດຮັບຮູ້ໄດ້”.

        ວັນທີ 05 ກັນຍາ, ອັງກິດ ໄດ້ກ່າວຫາການບໍ່ມີໜ້າຂອງພົນລະເມືອງລັດເຊຍ 2 ຄົນໃນເຫດວາງຢາເບື່ອອະດີດນັກສືບຊາວລັດເຊຍ Sergei Skripal ແລະ ລູກສາວຂອງເພິ່ນແມ່ນ Yulia ຢູ່ນະຄອນ Salisbury, ອັງກິດ. ລອນດອນ ຖືວ່າ, ຜູ້ຖືກສົງໄສ 2 ຄົນແມ່ນນາຍທະຫານສືບລາຊະການລັບຂອງກອງທັບລັດເຊຍ ເບິ່ງຄືວ່າ ການເຄື່ອນໄຫວດັ່ງກ່າວແມ່ນໄດ້ຮັບອະນຸຍາດຈາກບັນດາເຈົ້າໜ້າຂັ້ນສູງຢ່າງແນ່ນອນ. ກະຊວງການຕ່າງປະເທດລັດເຊຍ ໄດ້ຢືນຢັນໂດຍທັນທີວ່າ ຊື່ຂອງຜູ້ຊາຍ 2 ຄົນທີ່ຖືກກ່າວຫານັ້ນບໍ່ມີຄວາມໝາຍສຳລັບລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ