ວັງ Kremlin: ປະທານາທິບໍດີລັດເຊຍ,ອາເມລິກາ ອາດຈະພົບປະກັນໃນເວລາສັ້ນໆຢູ່ນອກກອງປະຊຸມ G20

(VOVWORLD) -ດ້ວຍເລື່ອງການນຳ 2 ປະເທດ ຈະເຂົ້າຮ່ວມກອງປະຊຸມ G20 ນັ້ນ ບໍ່ເວັ້ນເສຍກໍລະນີການນຳ 2 ທ່ານພົບປະກັນໃນເວລາອັນສັ້ນໆ, ແຕ່ນັ້ນບໍ່ແມ່ນ “ການພົບປະຢ່າງແທ້ຈິງ”.

ວັນທີ 17 ມິຖຸນາ, ໂຄສົກຂອງທ່ານປະທານາທິບໍດີລັດເຊຍ Dmitry Peskov ໃຫ້ຮູ້ວ່າ, ວໍຊິງຕັນ ຍັງບໍ່ທັນຍົກອອກຂໍ້ສະເໜີກ່ຽວກັບການພົບປະລະຫວ່າງທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງອາເມລິກາ Donald Trump ຢູ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າ (G20) ຢູ່ Osaka, ປະເທດຍີ່ປຸ່ນ ໃນອາທິດຈະມາເຖິງ. ເຖິງຢ່າງໃດກໍ່ຕາມ, ສິ່ງດັ່ງກ່າວບໍ່ໝາຍຄວາມວ່າ ການນຳ 2 ປະເທດຈະບໍ່ພົບປະກັນ. ຕາມທ່ານ Peskov ແລ້ວ, ດ້ວຍເລື່ອງການນຳ 2 ປະເທດ ຈະເຂົ້າຮ່ວມກອງປະຊຸມ G20 ນັ້ນ ບໍ່ເວັ້ນເສຍກໍລະນີການນຳ 2 ທ່ານພົບປະກັນໃນເວລາອັນສັ້ນໆ, ແຕ່ນັ້ນບໍ່ແມ່ນ “ການພົບປະຢ່າງແທ້ຈິງ”.

        ການພົບປະລະຫວ່າງການນຳລັດເຊຍ ແລະ ອາເມລິກາ ເຄີຍໄດ້ຂຶ້ນແຜນແລ້ວທີ່ກອງປະຊຸມສຸດຍອດ G20 ຢູ່ອາກຊັງຕິນ ເມື່ອເດືອນທັນວາ 2018, ແຕ່ຫຼັງຈາກນັ້ນ ທ່ານປະທານາທິບໍດີອາເມລິກາ D.Trump ໄດ້ຍົກເລີກເຂົ້າຮ່ວມການພົບປະກ່ອນນັ້ນພຽງ 2 – 3 ວັນເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ