ວັງ Kremlin ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ລະ​ຫວ່າງ ລັດ​ເຊຍ - ອ​າ​ເມ​ລິ​ກາ

(VOVWORLD) - ວັນທີ 5 ພະຈິກ, ຢູ່ນະຄອນຫຼວງ ມົດສະກູ (ສະຫະພັນລັດເຊຍ), ທ່ານ Dmitry Peskov ເລຂາສື່ມວນຊົນຂອງທ່ານປະທານາທິບໍດີ ລັດເຊຍ ຖືວ່າ ລັດເຊຍ ແລະ ອາເມລິກາ ຕ້ອງເຊື່ອມຕໍ່ການເຈລະຈາຄືນໃໝ່.
ວັງ Kremlin ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ລະ​ຫວ່າງ ລັດ​ເຊຍ - ອ​າ​ເມ​ລິ​ກາ - ảnh 1ທ່ານໂຄສົກວັງ Kremlin, ທ່ານ Dmitry Peskov  ໃນການຖະແຫຼງຂ່າວ ຢູ່ Moskva (ພາບ: AFP/TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບ Russia-1, ທ່ານ Dmitry Peskov ຊີ້ແຈ້ງວ່າ: ການພົວພັນສອງຝ່າຍພວມຢູ່ໃນລະດັບ 0, ຊ້ຳບໍ່ໜຳ ແມ່ນຕ່ຳກວ່າ 0. ແຕ່ວ່າທັງ ອາເມລິກາ ແລະ ລັດເຊຍ ລ້ວນແຕ່ມີຄວາມຮັບຜິດຊອບພິເສດຕໍ່ສະຖຽນລະພາບຂອງໂລກ ແລະ ຍຸດທະສາດສ້າງສະຖຽນລະພາບ, ສອງປະເທດຕ້ອງເຊື່ອມຕໍ່ການເຈລະຈາຄືນໃໝ່. ເມື່ອໄດ້ຖາມກ່ຽວກັບເງື່ອນໄຂເພື່ອຈັດການພົບປະລະຫວ່າງບັນດາການນຳ ລັດເຊຍ ແລະ ອາເມລິກາ, ທ່ານ Dmitry Peskov ເນັ້ນໜັກວ່າ ກ່ອນອື່ນໝົດ ສອງຝ່າຍຕ້ອງມີຄວາມປາດຖະໜາອັນດຽວກັບ ແລະ ຕ້ອງມີເຈດຕະນາພ້ອມແລ້ວທີ່ຈະເຈົ້າຮ່ວມການເຈລະຈາ. ຕາມທ່ານແລ້ວ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຖະແຫຼງເປັນຫຼາຍຄັ້ງແລ້ວວ່າ ພ້ອມແລ້ວທີ່ຈະເຂົ້າຮ່ວມທຸກໆການພົບປະ, ດັ່ງນັ້ນ, ທ່ານປະທານາທິບໍດີ ອາເມລິກາ ຕ້ອງ “ປ່ຽນແປງຫຼັກໝັ້ນ” ຂອງຕົນ.


ຕອບກັບ

ຂ່າວ/ບົດ​ອື່ນ