ວົງການນັກການເມືອງ ອາເມລິກາ ແບ່ງແຍກກັນກ່ຽວກັບຮ່າງກົດໝາຍວ່າດ້ວຍຊາວອົບພະຍົບ

(VOVWORLD) - ຕໍ່ໜ້າກະແສຟອງຕຳໜິຕິຕຽນຢ່າງຮ້າຍແຮງສຳລັບນະໂຍບາຍ “ບໍ່ຜ່ອນສັ້ນຜ່ອນຍາວ” ເພື່ອແນໃສ່ສະກັດກັ້ນກະແສຄົນເຂົ້າເມືອງ ອາເມລິກາ ຜິດກົດໝາຍ,
ວົງການນັກການເມືອງ ອາເມລິກາ ແບ່ງແຍກກັນກ່ຽວກັບຮ່າງກົດໝາຍວ່າດ້ວຍຊາວອົບພະຍົບ - ảnh 1ຊາວອົບພະຍົບຢູ່ເຂດຊາຍແດນ ເມັກຊີໂກ - ອາເມລິກາ ພາບ: AFP/TTXVN

ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນລັດຖະດຳລັດຍົກເລີກນຂໍ້ກຳນົດທີ່ແບ່ງແຍກເດັກນ້ອຍກັບພໍ່ແມ່ໃນບັນດາຄອບຄົວເຂົ້າເມືອງ ອາເມລິກາ ຜິດກົດໝາຍ ຢູ່ເຂດຊາຍແດນຕິດກັບ ເມັກຊີໂກ. ນີ້ແມ່ນການກະທຳທີ່ສະແດງໃຫ້ເຫັນການຕ່າວປີ້ນນະໂຍບາຍສຳຄັນຂອງທ່ານປະທານາທິບໍດີ  Donald Trump ນັບແຕ່ເມື່ອທ່ານໄດ້ຮັບດຳລົງຕຳແໜ່ງໃນເດືອນ ມັງກອນ ປີ 2017. ເຖິງຢ່າງໃດກໍ່ຕາມ, ພາຍໃນວົງການນັກການເມືອງ ອາເມລິກາ ຍັງຖືກແບ່ງແຍກຢ່າງເລິກເຊິ່ງກ່ຽວກັບບັນຫານີ້.

        ຕາມຮ່າງກົດໝາຍວ່າດ້ວຍຊາວອົບພະຍົບສະບັບແຂງກະດ້າງ, ຄົນທີ່ເຂົ້າເມືອງ ອາເມລິກາ ຜິດກົດໝາຍ ນັບແຕ່ຄາວຍັງນ້ອຍ ຈະບໍ່ໄດ້ຮັບໜັງສືຢັ້ງຢືນສິດພົນລະເມືອງ. ນອກຈາກນັ້ນ, ຮ່າງກົດໝາຍດັ່ງກ່າວ ຈຳກັດສະພາບການຄົນເຂົ້າເມືອງຜິດກົດໝາຍ ແລະ ປັບປຸງຄວາມໝັ້ນຄົງຊາຍແດນ ໂດຍຜ່ານການອຸປະຖຳກໍ່ສ້າງກຳແພງຊາຍແດນລະຫວ່າງ ອາເມລິກາ ແລະ ເມັກຊີໂກ.

ຕອບກັບ

ຂ່າວ/ບົດ​ອື່ນ