ວົງ​ການນັກ​ຂ່າວ ອາ​ຊຽນ ແລ​ກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ກ່ຽວ​ກັບການ​ຄຸ້ມ​ຄອງການ​ຫັນ​ສື່ມວນ​ຊົນ​ເປັນ​ດີ​ຈີ​ຕອນ

(VOVWORLD) - ກອງປະຊຸມສຳມະນາເພືອແນ່ໃສ່ເຊື່ອມຕໍ່, ແລກປ່ຽນ, ແບ່ງປັນຄວາມຮູ້ ແລະ ບົດຮຽນປະສົບການໃນການຫັນເປັນດີຈີຕອນໃນດ້ານສື່ມວນຊົນ ລະຫວ່າງບັນດາປະເທດ ອາຊຽນ.
ວົງ​ການນັກ​ຂ່າວ ອາ​ຊຽນ ແລ​ກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ກ່ຽວ​ກັບການ​ຄຸ້ມ​ຄອງການ​ຫັນ​ສື່ມວນ​ຊົນ​ເປັນ​ດີ​ຈີ​ຕອນ - ảnh 1ປະຊຸມສຳມະນາ ສື່ມວນຊົນສາກົນ “ການຄຸ້ມຄອງສື່ມວນຊົນດີຈີຕອນ: ທິດສະດີ, ພຶດຕິກຳຕົວຈິງ, ບົດຮຽນປະສົບການຢູ່ພາກພື້ນ ອາຊຽນ”

ຕອນເຊົ້າວັນທີ 7 ທັນວາ, ຢູ່ຮ່າໂນ້ຍ, ສະມາຄົມນັກຂ່າວ ຫວຽດນາມ ຈັດກອງປະຊຸມສຳມະນາ ສື່ມວນຊົນສາກົນ “ການຄຸ້ມຄອງສື່ມວນຊົນດີຈີຕອນ: ທິດສະດີ, ພຶດຕິກຳຕົວຈິງ, ບົດຮຽນປະສົບການຢູ່ພາກພື້ນ ອາຊຽນ”. ເຂົ້າຮ່ວມກອງປະຊຸມສຳມະນາມີ 7 ຄະນະຜູ້ແທນສາກົນ ທີ່ມາຈາກສະຫະພັນນັກຂ່າວ ອາຊຽນ ລວມມີ: ລາວ, ກຳປູເຈຍ, ໄທ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ສິງກະໂປ.

ກອງປະຊຸມສຳມະນາເພືອແນ່ໃສ່ເຊື່ອມຕໍ່, ແລກປ່ຽນ, ແບ່ງປັນຄວາມຮູ້ ແລະ ບົດຮຽນປະສົບການໃນການຫັນເປັນດີຈີຕອນໃນດ້ານສື່ມວນຊົນ ລະຫວ່າງບັນດາປະເທດ ອາຊຽນ, ປະກອບສ່ວນສ້າງມາດຕະກໍ່ສ້າງບັນດາອົງການສື່ມວນຊົນຕາມທິດເປັນມືອາຊີບ, ມະນຸດສາດ, ທັນສະໄໝ; ປ່ຽນແປງໃໝ່ວິທີການສຳຜັດຂອງຜູ້ອ່ານຢ່າງມີປະສິດທິຜົນ, ສ້າງແຫຼ່ງລາຍຮັບໃໝ່, ຊຸກຍູ້ການພັດທະນາຂະແໜງອຸດສາຫະກຳເນື້ອໃນດີຈີຕອນ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນແທັງເລິມ ເນັ້ນໜັກວ່າ:

ບັນດາອົງການສື່ມວນຊົນ ຂອງບັນດາປະເທດສະມາຊິກອາຊຽນ ຍິ່ງກ່ວາເວລາໃດໝົດ ພວມຢືນຢູ່ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດໃນການສືບຕໍ່ຢັ້ງຢືນບົດບາດອອກແຫຼ່ງຂ່າວທາງການ, ກຳນົດທິດໃຫ້ແກ່ປະຊາຄົມ, ມະຫາຊົນ, ມອບສິດໃຫ້ແກ່ປະຊາຊົນ, ເພື່ອປະຕິບັດໄດ້ບົດບາດໜ້າທີ່ອັນສູງສົ່ງນັ້ນ ໃນໂລກທີ່ມີທັງຂ່າວທາງການ ແລະ  ຂ່າວປ່ອມ ໃນອິນເຕີແນັດ. ພວກເຮົາບໍ່ສາມາດເຮັດໄດ້ສິ່ງນັ້ນ ດ້ວຍຕົນເອງໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ