ວົງການນັກຊ່ຽວຊານ ສະວິດ ຕັ້ງຄວາມຫວັງຕໍ່ການໄປປະຕິບັດງານຂອງນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ເຂົ້າຮ່ວມກອງປະຊຸມ Davos

(VOVWORLD) - ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ນະຄອນ Davos, ປະເທດ ສະວິດ ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢືນຢັນການປະກອບສ່ວນ ແລະ ບົດບາດຢູ່ບັນດາເວທີປາໄສຫຼາຍຝ່າຍ.
ວົງການນັກຊ່ຽວຊານ ສະວິດ ຕັ້ງຄວາມຫວັງຕໍ່ການໄປປະຕິບັດງານຂອງນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ເຂົ້າຮ່ວມກອງປະຊຸມ Davos - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
(ພາບ: TTXVN)

        ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ນະຄອນ Davos, ປະເທດ ສະວິດ ແຕ່ວັນທີ 16 ມັງກອນ ຈະມາເຖິງນີ້, ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຢືນຢັນການປະກອບສ່ວນ ແລະ ບົດບາດຢູ່ບັນດາເວທີປາໄສຫຼາຍຝ່າຍ.

          ທ່ານ Philipp Rösler, ອະດີດຮອງນາຍົກລັດຖະມົນຕີ ເຢຍລະມັນ ແລະ ສະຖານກົງສູນກິຕິມະສັກທຳອິດຂອງ ຫວຽດນາມ ປະຈຳ ສະວິດ, ຖືວ່າ, ຫວຽດນາມ ມີບັນດາການປະກອບສ່ວນຈະແຈ້ງຢູ່ບັນດາເວທີປາໄສຫຼາຍຝ່າຍໃນໄລຍະຜ່ານມາ. ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ, ໃນນັ້ນມີຜູ້ຕາງໜ້າວິສາຫະກິດຫຼາຍແຫ່ງ, ເຂົ້າຮ່ວມກອງປະຊຸມປະຈຳປີຂອງ WEF ຢູ່ Davos ຈະມາເຖິງແມ່ນເສົາຄ້ຳສຳຄັນ.

    ທ່ານ Ivo Sieber, ອະດີດເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ, ທ່ານໄດ້ຕັ້ງຄວາມຫວັງຕໍ່ການໄປປະຕິບັດງານຈະມາເຖິງຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ Davos, ຍ້ອນທ່ານນາຍົກລັດຖະມົນຕີ ບໍ່ພຽງແຕ່ເຂົ້າຮ່ວມກອງປະຊຸມ Davos, ຫາກຍັງມີບັນດາການພົບປະຢູ່ນອກກອງປະຊຸມ.

          ຫວຽດນາມ ຕ້ອງນຳໃຊ້ບັນດາພື້ນຖານເພືຶ່ອຊຸກຍູ້ການຮ່ວມມືຫຼາຍຝ່າຍຄືກອງປະຊຸມ Davos ເພື່ອໃຫ້ໂລກເຫັນໄດ້ບັນດາຜົນງານເຊິ່ງພັກ, ລັດຖະບານ ເຮັດໄດ້ໃນຊຸມປີຜ່ານມາ. ນີ້ແມ່ນຄຳເຫັນຂອງທ່ານ Roger Köppel, ຜູ້ເຄີຍເປັນສະມາຊິກຂອງພັກປະຊາຊົນ ສະວິດ ແລະ ພວມແມ່ນບັນນາທິການໃຫຍ່ໜັງສືພິມ Die Weltwoche.

ຕອບກັບ

ຂ່າວ/ບົດ​ອື່ນ